ວັນອາທິດ, 27 ເດືອນ​ສີ່ 2025
Trang chủChưa phân loại

Chưa phân loại

ນະຄອນຫລວງ ຫາລືເລັ່ງແກ້ໄຂການສະໜອງນໍ້າປະປາ ບໍ່ພຽງພໍ ຕໍ່ຄວາມຕ້ອງການຊົມໃຊ້ຂອງສັງຄົມ

ລັດວິສະຫະກິດນ້ຳປະປາ ນວ ປຶກສາຫາລືເລັ່ງແກ້ໄຂບັນຫາການສະໜອວງນ້ຳປະປາທີ່ບໍ່ພຽງພໍ ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ລັດວິສະກິດນ້ຳປະປາ ນວ ໄດ້ປຶກສາຫາລືເພື່ອຊອກຫາວິທີແກ້ໄຂການສະໜອງນ້ຳປະປາບໍ່ພຽງພໍກັບການຊົມໃຊ້ ຕາມຕົວເລກການຜະລິດຂອງໂຮງງານ 6 ແຫ່ງ ໄດ້ພຽງ 348.000 ເຊິ່ງຕາມຄວາມຕ້ອງ ການຕົວຈິງແມ່ນ 400.000 ແມັດກ້ອນຕໍ່ມື້. ທ່ານ ສີລິລາດ ທົງສິນທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ປະທານສະພາບໍລິຫານລັດວິສາຫະກິດນ້ຳປະປາ ນວ ກ່າວກອງປະຊຸມປຶກສາຫາລືລະດົມແນວຄວາມຄິດກ່ຽວກັບວຽກງານນໍ້າປະປາຢູ່ນະຄອນ ຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 12 ມີນາ 2025 ທີ່ລັດວິສາຫະກິດນໍ້າປະປາ ນວ ວ່າ: ການຊົມໃຊ້ນ້ຳປະປາ ອີງໃສ່ສະຖິຕິສະແດງໃຫ້ເຫັນວ່າ ການຊົມໃຊ້ນໍ້າປະປາແມ່ນມີທ່າອ່ຽງການຂະຫຍາຍຕົວ...

ລັດຖະບານໄທອະນຸຍາດແຮງງານ 3 ສັນຊາດກັບບ້ານໃນຊ່ວງບຸນປີໃໝ່ ຍົກເວັ້ນຄ່າທຳນຽມ

ລັດຖະບານໄທອະນຸຍາດແຮງງານ 3 ສັນຊາດກັບບ້ານໃນຊ່ວງບຸນປີໃໝ່ ຍົກເວັ້ນຄ່າທຳນຽມ ເລີ່ມ 1 ເມສາ-15 ພຶດສະພາ 2025. ສຳນັກຂ່າວຕ່າງປະພເທດລາຍງານໃນວັນທີ 12 ມີນາ 2025 ນີ້ ທ່ານ ຄາລົມ ພົນພອນກາງ ຮອງໂຄສົກປະຈຳສຳນັກງານນາຍົກລັດຖະມົນຕີ ແຫ່ງປະເທດໄທ ເຜີດເຜີຍວ່າ: ລັດຖະບານສະໜັບສະໜູນຄວາມສຳພັນດ້ານແຮງງານລະຫສວ່າງ ໄທ ກັບປະເທດ ເພື່ອບ້ານ ລວມເຖິງຊ່ວຍຫຼຸດພາລະຄ່າໃຊ້ຈ່າຍໃຫ້ແຮງງານຂ້າມຊາດທີ່ຕ້ອງການເດີນທາງກັບບ້ານໄປຢ້ຽມຢາມຄອບຄົວ ແລະ ຮ່ວມງານປະເພນີບຸນປີໃໝ່ໃນປີນີ້ ໂດຍໄດ້ຜ່ອນຜັນໃຫ້ແຮງງານ 3 ສັນຊາດ: ກຳປູເຈຍ, ລາວ ແລະ ມຽນມາ ທີ່ມີໃບອານຸຍາດເຮັດວຽກຖືກຕ້ອງ ...

ທ່ານ ນາຍົກລັດຖະມົນຕີຕິດຕາມຊຸກຍູ້ວຽກງານຢູ່ເມືອງຊານໄຊ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕິດຕາມຊຸກຍູ້ວຽກງານຢູ່ເມືອງຊານໄຊ. ໃນວັນທີ 11 ມີນາ 2025 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານການພັດທະນາເສດຖະກິດສັງຄົມ ຢູ່ເມືອງຊານໄຊ, ແຂວງອັດຕະປື; ໂດຍມີທ່ານ ພົນໂທ ວັນທອງ ກອງມະນີ, ເຈົ້າແຂວງໆອັດຕະປື ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງຊານໄຊ, ບ້ານ, ໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມ ຮັບຟັງການພົບປະໂອ້ລົມ. ໂອກາດນີ້ທ່ານ...

ເຮືອສິນຄ້າຕຳກັບເຮືອບັນທຸກນ້ຳມັນ ໃນທະເລນອກຊາຍຝັ່ງອັງກິດ

ເກີດເຫດເຮືອສິນຄ້າຕຳກັບເຮືອບັນທຸກນ້ຳມັນ ໃນທະເລນອກຊາຍຝັ່ງອັງກິດ ເຮັດໃຫ້ໄຟລຸກ ເບື້ອງຕົ້ນສາມາດຊ່ວຍລູກເຮືອໄວ້ໄດ້ 37 ຄົນ ແຕ່ມີນ້ຳມັນເຊື້ອໄຟໄຫຼລົງທະເລ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 11 ມີນາ 2025 ນີ້ເກີດເຫດເຮືອຂົນສົ່ງສິນຄ້າຕຳກັບເຮືອບັນທຸກນ້ຳມັນ ຢູ່ທີ່ນອກຊາຍຝັ່ງທາງຕາເວັນອອກສຽງເໜືອ ຂອງປະເທດອັງກິດ ເມື່ອວນັທີ 10 ມີນາ 2025 ຜ່ານມາ, ເຮັດໃຫ້ເກີດໄຟລຸກໄໝ້ຮຸນແຮງພາຍໃນເຮືອທັງສອງລຳ ເຈົ້າໜ້າທີ່ເຝົ້າຊາຍຝັ່ງຂອງປະເທດອັງກິດເລັ່ງເຂົ້າໃຫ້ການຊ່ວຍເຫຼືອ ເຊິ່ງລາຍງານຫຼ້າສຸດສາມາດຊ່ວຍລູກເຮືອກັບເຂົ້າຝັ່ງໄດ້ແລ້ວ 37 ຄົນ. ທາງດ້ານບໍລິສັດຂົນສົ່ງຂອງສະຫະລັດ ທີ່ເປັນເຈົ້າຂອງຮ່ວມຂອງເຮືອບັນທຸກນ້ຳມັນຊື່ວ່າ: (MV Stena Immaculate) ອອກມາເປີດເຜີຍວ່າ: ເຮືອລຳດັ່ງກ່າວກຳລັງຂົນສົ່ງນ້ຳມັນເຊື້ອໄຟສຳລັບເຮືອບິນໄອພົ້ນ ກ່ອນຈະຖືກເຮືອສິນຄ້າຊື່ ໂຊລອງ (Solong) ຕຳໃນເວລາ 10...

ເຫດເຮືອບິນນ້ອຍຕົກລົງ ຢູ່ບໍລິເວນເດີ່ນຈອດລົດໃກ້ບ້ານພັກຜູ້ສູງອາຍຸ ໃນລັດເພນຊິເວເນຍ

ລະທຶກ! ເຫດເຮືອບິນນ້ອຍ ຕົກຢູ່ເດີ່ນຈອດລົດໃຫ້ກັບບ້ານພັກຄົນສູງອາຍຸ ໃນສະຫະລັດ ສຳນັກຂ່າວຕ່າງປະເດທລາຍງານໃນວັນທີ 10 ມີນາ 2025 ຜ່ານມາ, ເກີດເຫດເຮືອບິນນ້ອຍຕົກລົງ ຢູ່ບໍລິເວນເດີ່ນຈອດລົດໃກ້ບ້ານພັກຜູ້ສູງອາຍຸ ໃນລັດເພນຊິເວເນຍ ຂອງສະຫະລັດ. ຕາມການລາຍງານລະບຸວ່າ: ເຫດເກີດເມື່ອວັນທີ 9 ມີນາ 2025 ເວລາປະມານ 15:00 ໂມງຕາມເວລາທ້ອງຖິ່ນ ເຊິ່ງມີຜູ້ໂດຍສານທັງໝົດ 5 ຄົນ ຂະນະທີ່ລົດໃຫຍ່ໄດ້ຮັບຄວາມເສຍຫາຍຫຼາຍສິບຄັນ. ຫົວໜ້າໜ່ວຍດັບເພີງ ເປີດເຜີຍວ່າ: ເຮືອບິນນ້ອຍມີຜູ້ໂດຍສານທັງໝົດ 5 ຄົນ ແລະ ໄດ້ນຳສົ່ງໂຮງໝໍເປັນທີ່ຮຽບຮ້ອຍ ໂຊກດີບໍ່ມີລາຍງານການບາດເຈັບ ຫຼື ເສຍຊີວິດຂອງຄົນໃນພຶ້ນທີ່. ຜູ້ເຫັນເຫດການເລົ່າວ່າ: ໄດ້ສັງເກດເຫັນເຮືອບິນລຳດັ່ງກ່າວບິນໄຕ່ລະດັບຂຶ້ນກ່ອນທີ່ຈະບ່ຽງໄປທາງຊ້າຍຢ່າງກະທັນຫັນ ແລະ...

ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ເຄື່ອນໄຫວເຮັດວຽກ ຢູ່ເມືອງດາກຈຶງ

ນາຍົກລັດຖະມົນຕີ ຊຸກຍູ້ວຽກງານຢູ່ເມືອງດາກຈຶງ ໃນວັນທີ 10 ມີນາ 2025 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ຊຸກຍູ້ວຽກງານ ຢູ່ເມືອງດາກຈຶງ, ແຂວງເຊກອງ ໂດຍສະເພາະ ຢູ່ດ່ານສາກົນດາກຕະອອກ (ດ່ານຊາຍແດນ ລາວ-ຫວຽດນາມ)ແລະ ເຂດຈຸດສຸມພັດທະນາບ້ານດາກມວນ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ, ເຈົ້າແຂວງໆເຊກອງ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງດາກຈຶງ, ບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ເຄື່ອນໄຫວເຮັດວຽກຮ່ວມ. ຄະນະຄຸ້ມຄອງດ່ານສາກົນດາກຕະອອກ ໄດ້ລາຍງານໃຫ້ຮູ້ ກ່ຽວກັບສະພາບການເຄື່ອນໄຫວວຽກງານພາຍໃນດ່ານ...

ລັດຖະບານຍີ່ປຸ່ນໃຫ້ທຶນການຊ່ວຍເຫຼືອ 96,600 ໂດລາ ເພື່ອຊ່ວຍຍົກລະດັບການສຶກສາໃນແຂວງອຸດົມໄຊ

ລັດຖະບານຍີ່ປຸ່ນ ຊ່ວຍຍົກລະດັບການສຶກສາຊັ້ນອະນຸບານ ແລະ ປະຖົມໃນແຂວງອຸດົມໄຊ ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 89,600 ໂດລາ ໃນການສະໜັບສະໜູນໂຄງການດ້ານການສຶກສາໃນແຂວງອຸດົມໄຊ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ (GGP); ພິທີລົງນາມການຊ່ວຍເຫຼືອດັ່ງກ່າວຈັດຂຶ້ນໃນຫວ່າງບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ. ໂຄງການຈະໃຫ້ການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນ ແລະ ຫ້ອງນໍ້າໃໝ່ ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກທີ່ຈຳເປັນ ໃຫ້ແກ່ໂຮງຮຽນປະຖົມບ້ານລາວຫວາງ ເມືອງຫຼາ ແຂວງອຸດົມໄຊ ເພື່ອຍົກລະດັບໂອກາດໃນການເຂົ້າເຖິງການສຶກສາຊັ້ນກຽມປະຖົມ ແລະ ຊັ້ນປະຖົມຂອງເດັກນ້ອຍໃນທ້ອງຖິ່ນ. ພິທີລົງນາມການຊ່ວຍເຫຼືອດັ່ງ ກ່າວຈັດຂຶ້ນໃນຫວ່າງບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ.ເຂົ້າຮ່ວມພິທີລົງນາມໃນສັນຍາ ລະຫວ່າງ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​, ທ່ານ ຄຳທ່ຽງ ທໍ່ ຫົວໜ້າຫ້ອງການສຶກສາທິການ...

ຊົມເຊີຍທີມແພດຈີນ-ລາວ ສໍາເລັດການຜ່າຕັດກະດູກຫັກມອນເຕກຽຍ (Monteggia) ຂອງເດັກນ້ອຍ

ຊ່ຽວຊານແພດຈີນ ແລະ ລາວ ສໍາເລັດການຜ່າຕັດກະດູກຫັກມອນເຕກຽຍ(Monteggia) ຂອງເດັກນ້ອຍ ເມື່ອບໍ່ດົນນີ້, ພາຍໃຕ້ການຊີ້ນໍາຂອງຄະນະຊ່ຽວຊານການແພດທະຫານຈີນຊຸດທີ 12 ປະຈໍາລາວ (ມາຈາກໂຮງໝໍຊີຈິ່ງ ຂອງມະຫາວິທະຍາໄລການແພດທະຫານອາກາດຈີນ) ຮ່ວມກັບພະແນກກະທົບຜ່າຕັດ-ກະດູກຂອງໂຮງໝໍ ສູນກາງ103 ກອງທັບປະຊາຊົນລາວ ໄດ້ສໍາເລັດການຜ່າຕັດກະດູກຫັກມອນເຕກຽຍ(Monteggia) ຂອງເດັກນ້ອຍ ເຊິ່ງເປັນກໍລະນີທຳອິດຢູ່ໃນທົ່ວປະເທດລາວ. ການຜ່າຕັດດັ່ງກ່າວດໍາເນີນໂດຍ ຮອງສາດສະດາ ຈານຢານຢາໂປ ແລະຮອງສາດສະດາຈານ ຈ່າງ ຕ້ອງຫຼຽງ ທັງສອງເປັນຄະນະຊ່ຽວຊານການແພດປະຈໍາລາວ, ນອກນັ້ນຍັງມີຫົວໜ້າ ແລະແພດຫມໍພະແນກກະທົບຜ່າຕັດກະດູກຂອງໂຮງໝໍສູນກາງ 103 ກອງທັບເຂົ້າຮ່ວມດ້ວຍ. ການປະຕິບັດງານທັງໝົດໄດ້ດໍາເນີນໄປຢ່າງສະດວກ ແລະ ໃຊ້ເວລາປະມານ 90 ນາທີໃນການຜ່າຕັດ. ເມື່ອສໍາເລັດຄົນເຈັບໄດ້ຟື້ນຟູດີຫຼັງການຜ່າຕັດ. ກະດູກມອນເຕກຽຍຫັກ (Monteggia) ແມ່ນການບາດເຈັບຢູທີ່ກະດູກປະເພດໜຶ່ງ...

ກັບຄືສູ່ບ້ານເຮົາແລ້ວ! ທາງການໄທສົ່ງມອບພຣະພຸດທະຮູບບູຮານຄືນສູ່ປະເທດລາວ

ທາງການໄທສົ່ງມອບພຣະພຸດທະຮູບບູຮານ ທີ່ສູນຫາຍໃນສະໄໝສົງຄາມອິນດູຈີນຄືນໃຫ້ແກ່ ສປປ ລາວ ໃນວັນທີ 7 ມີນາ 2025, ທ່ານອຸປະກິດ ປາຈະລີຍາງກຸນ ອະດີດສະມາຊິກວຸດທິສະພາ, ຫົວໜ້າຜູ້ແທນທຳມະທູດຂອງໄທ ໄດ້ເຂົ້າພົບ ທ່ານ ຄຳພັນ ອັນລາວັນ ເອກອັກຄະລັດຖະທູດ ສປປ ລາວ ປະຈຳໄທ ເພື່ອສົ່ງມອບພຣະພຸດທະຮູບບູຮານທີ່ສຳຄັນ ແລະ ສູນຫາຍໃນຊ່ວງສົງຄາມອິນໂດຈີນ ສົ່ງມອບຄືນໃຫ້ແກ່ ສປປ ລາວ. ເຊິ່ງພຣະພຸດທະຮູບດັ່ງກ່າວເປັນພຣະພຸດທະຮູບປາງມານວິໄຊ ເນື້ອສຳລິດ ໜ້າຕັກກວ້າງ 38.5 ຊັງຕີແມັດ, ສູງ 74 ຊັງຕີແມັດ, ຮູບຊົງຕາມແບບສິລະລ້ານຊ້າງໃນຊ່ວງສັດຕະວັດທີ 19-24...

ຊາຍໜຸ່ມກໍ່ເຫດໃຊ້ມີດບຸກແທງຄໍແຟນສາວເສຍຊີວິດ ຄາຫ້ອງເຊົ່າ ຍ້ອນຫຶງທີ່ແຟນສົ່ງຍິ້ມໃຫ້ຊາຍອື່ນ

ຊາຍໜຸ່ມຫຶງໂຫດ! ບຸກແທງຄໍແຟນສາວເສຍຊີວິດ ຄາຫ້ອງເຊົ່າ ຍ້ອນຫຶງທີ່ແຟນສົ່ງຍິ້ມໃຫ້ຊາຍອື່ນ ສຳນັກຂ່າວໄທລັດລາຍງານໃນວັນທີ 6 ມີນາ 2025 ຜ່ານມາ ເຈົ້າໜ້າທີ່ຕຳລວດໄດ້ຮັບແຈ້ງເຫດວ່າມີຄົນຖືກແທງເສຍຊີວິດ ຢູ່ຫ້ອງເຊົ່າແຫ່ງໜຶ່ງ ທີ່ຈັງຫວັດຣາຊະບູລີ ປະເທດໄທ. ຕາມການລາຍງານ: ຜູ້ກໍ່ເຫດຊື່ທ້າວ ຊາຍ ອາຍຸ 30 ປີ ສັນຊາດມຽນມາ ສ່ວນຜູ້ເສຍຊີວິດ ຊື່ນາງສາວ ເມ ອາຍຸ 28 ປີ ເຊິ່ງທັງ 2 ໄດ້ພົບແລະເປັນຄູ່ຮັກກັນຈົນຍ້າຍມາຢູ່ຫ້ອງເຊົ່າໄດ້ປະມານ 6 ເດືອນ ທີ່ຜ່ານມາມັກຜິດຖຽງກັນ ແລະ ມີການທຳຮ້າຍຮ່າງກາຍກັນເປັນປະຈຳ. ກ່ອນເກີດເຫດທັງ 2 ໄດ້ຜິດຖຽງກັນອີກຄັ້ງ...

ພິທີລົງນາມເອກະສານແລກປ່ຽນໃນໂຄງການພັດທະນາເສດຖະກິດ-ສັງຄົມ

ລັດຖະບານຍີ່ປຸ່ນມອບທຶນ 11.3 ລ້ານໂດລາສະຫະລັດ ຊ່ວຍເຫຼືອ ໃນການຈັດຊື້ອຸປະກອນທີ່ຈໍາເປັນເພື່ອຮອງຮັບການຄວາມຕ້ອງການອັນຮີບດ່ວນ ແລະ ເພີ່ມສັກກະຍະພາບໃນການບັນເທົາໄພພິບັດໃນ ສປປ ລາວ. ພິທີລົງນາມເອກະສານແລກປ່ຽນໃນໂຄງການພັດທະນາເສດຖະກິດ-ສັງຄົມ (ໂຄງການມອບອຸປະກອນສໍາລັບສ້ອມແປງຂົວ) ໄດ້ຖືກຈັດຂຶ້ນທີ່ກະຊວງການຕ່າງປະເທດລາວ ໃນ 6 ມີນາ 2025 ຜ່ານມາ, ໂດຍໃຫ້ກຽດລົງນາມລະຫວ່າງ ພະນະທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ພະນະທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ. ໃນປີ 2024 ປະເທດລາວໄດ້ປະເຊີນກັບໜຶ່ງໃນໄພພິບັດທໍາມະຊາດຂະໜາດໃຫຍ່ທີ່ສຸດໃນປະຫວັດສາດລາວ ເຊິ່ງກໍ່ຄືພາຍຸໄຕ້ຝຸ່ນ Yagi. ພາຍຸດັ່ງກ່າວ...

ເພື່ອຫຼຸດຜ່ອນພາວະຂາດສານອາຫານໃນ ສປປ ລາວ

ການເສີມວິຕາມິນ ແລະ ແຮ່ທາດ ໃສ່ໃນເຂົ້າ ແມ່ນຊ່ວຍຫຼຸດຜ່ອນພາວະຂາດສານອາຫານໃນ ສປປ ລາວ ນະຄອນຫຼວງວຽງຈັນ, ວັນທີ 6 ເດືອນມີນາ 2025 – ມື້ນີ້, ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ໄດ້ລົງນາມໃນໂຄງການເສີມວິຕາມິນ ແລະ ແຮ່ທາດ ໃສ່ໃນເຂົ້າ ເພື່ອແນ່ໃສ່ການສ້າງຄວາມເຂັ້ມແຂງຂະໜາດໃຫຍ່ໃນ ສປປ ລາວ ກ່ຽວກັບການເສີມຈຸນລະສານອາຫານ ໃສ່ໃນເຂົ້າ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານປະເທດອິນເດຍ. ເຂົ້າເຊີ່ງເປັນອາຫານຫຼັກຂອງ ສປປ ລາວ, ອາດສາມາດກາຍເປັນຕົວຊ່ວຍອັນສໍາຄັນໃນການຕໍ່ສູ້ ກັບພາວະການຂາດສານອາຫານ. ການຂາດຈຸລະສານອາຫານ,...

TIN ĐỌC NHIỀU

TIN NỔI BẬT