ວັນອາທິດ, 27 ເດືອນ​ສີ່ 2025
Trang chủChưa phân loại

Chưa phân loại

ທ່ານ ໂດໂນ ທຣຳ ປະກາດ ຕ້ອງການປິດກະຊວງສຶກສາທິການສະຫະລັດອາເມລິກາທັນທີ

ສຳນັກຂ່າວຕ່າງປະເທດລາຍງານວ່າ ປະທານາທິບໍດີ ໂດໂນ ທຣຳ ປະກາດເມື່ອວັນທີ 12 ກຸມພາ 2025 ວ່າ ລາວຕ້ອງການໃຫ້ມີການປິດກະຊວງສຶກສາທິການອາເມລິກາທັນທີ. ກ່ອນໜ້ານີ້ ທຣຳເຄີຍລະບຸວ່າລາວຕ້ອງການປິດກະຊວງດັ່ງກ່າວ ໂດຍໃຊ້ອຳນາດຄຳສັ່ງຝ່າຍບໍລິຫານ ແຕ່ຍອມຮັບວ່າການດຳເນີນການໃຫ້ເປັນໄປຕາມແຜນການຫາສຽງຂອງລາວ ຈະຕ້ອງໄດ້ຮັບການສະໜັບສະໜຸນຈາກສະພາຄອງເກສ ແລະສະຫະພາບຄຣູ. ຫາກມີການປິດກະຊວງສຶກສາທິການໃນທັນທີ ອາດຈະສົ່ງຜົນກະທົບຕໍ່ເງິນອຸດໜຸນຈຳນວນຫຼາຍໝື່ນລ້ານໂດລາ ທີ່ຈັດສັນໃຫ້ກັບໂຮງຮຽນລະດັບ K-12 ແລະໂຄງການຊ່ວຍເຫຼືອຄ່າຮ່ຳຮຽນຂອງນັກສຶກສາ ໃນລະດັບອຸດົມສຶກສາ. ທຣຳໃຊ້ເວລາຫຼາຍອາທິດໃນຊ່ວງທຳອິດຂອງການດຳລົງຕຳແໜ່ງ ຊຸກຍູ້ການປ່ຽນແປງຄັ້ງໃຫຍ່ໃນລັດຖະບານ ອາເມລິກາ ບໍ່ວ່າຈະເປັນການຮຽກຮ້ອງໃຫ້ພະນັກງານຂອງລັດ ກັບມາເຮັດວຽກທີ່ສຳນັກງານ ຫຼື ອອກຈາກຕຳແໜ່ງ, ການຫຼຸດຄ່າໃຊ້ຈ່າຍແລະຈຳນວນພະນັກງານ ລວມເຖິງການພະຍາຍາມປິດໜ່ວຍງານຕ່າງໆ ເຊັ່ນ: ອົງການເພື່ອການພັດທະນາລະຫວ່າງປະເທດ ແຫ່ງອາເມລິກາ ຫຼື USAID ແລະກະຊວງສຶກສາທິການ...

14 ກຸມພາ ມີຄົນທີ່ຢາກບອກຮັກຫຼືຍັງ? ຄວາມເຊື່ອກ່ຽວກັບການສາລະພາບຮັກໃນວັນວາເລັນທາຍ

14 ກຸມພາ ມີຄົນທີ່ຢາກບອກຮັກຫຼືຍັງ? ຄວາມເຊື່ອກ່ຽວກັບການສາລະພາບຮັກໃນວັນວາເລັນທາຍ ມີໂອກາດປະສົບຜົນສຳເລັດສູງ! ວັນວາເລັນທາຍ ເຊິ່ງກົງກັບວັນທີ 14 ກຸມພາຂອງທຸກປີ, ເປັນວັນທີ່ຜູ້ຄົນທົ່ວໂລກສະເຫຼີມສະຫຼອງໃຫ້ກັບຄວາມຮັກ ແລະ ຄວາມສຳພັນ ໃນຫຼາຍໆວັດທະນະທຳ ໂດຍສະເພາະໃນກຸ່ມໄວໜຸ່ມ ມີຄວາມເຊື່ອວ່າການສະລະພາບຮັກໃນມື້ນີ້ ຈະເພີ່ມໂອກາດໃຫ້ສົມຫວັງ ແລະສ້າງຄວາມປະທັບໃຈໃຫ້ກັບຜູ້ຖືກສາລະພາບຮັກຫຼາຍຂຶ້ນ. ຄວາມເຊື່ອນີ້ ອາດຈະມາຈາກການທີ່ວັນວາເລັນທາຍ ຖືກຍົກຍ້ອງໃຫ້ເປັນວັນແຫ່ງຄວາມຮັກ ເຮັດໃຫ້ການສະແດງຄວາມຮູ້ສຶກ ຫຼື ການມອບຂອງຂວັນໃນມື້ນີ້ມີຄວາມໝາຍພິເສດ. ນອກຈາກນີ້ ການທີ່ສັງຄົມມັກຈັດກິດຈະກຳ ຫຼື ອີເວ້ນທີ່ກ່ຽວຂ້ອງກັບຄວາມຮັກໃນຊ່ວງເວລານີ້ ຍັງສົ່ງເສີມບັນຍາກາດທີ່ເອື້ອຕໍ່ການສາລະພາບຮັກ. ແນວໃດກໍຕາມ ຄວນລະມັດລະວັງໃນການສະແດງຄວາມຮັກໃນມື້ນີ້ ເນື່ອງຈາກມັກຈະມີຄົນບາງກຸ່ມ ໃຊ້ໂອກາດນີ້ໃນການກະທຳທີ່ບໍ່ເໝາະສົມ ເຊັ່ນ: ການຊັກຊວນໄປໃນສະຖານທີ່ທີ່ບໍ່ປອດໄພ. ດັ່ງນັ້ນ ການສະແດງຄວາມຮັກຄວນຢູ່ໃນຂອບເຂດທີ່ເໝາະສົມ ແລະເຄົາລົບສິດທິຂອງຜູ້ອື່ນ. ສະຫຼຸບໄດ້ວ່າ...

TIN ĐỌC NHIỀU

TIN NỔI BẬT