ວັນອາທິດ, 27 ເດືອນ​ສີ່ 2025
Trang chủChưa phân loại

Chưa phân loại

ໂດນັລ ທຣຳ ກຽມລົງນາມຄຳສັ່ງປິດກະຊວງສຶກສາທິການສະຫລັດ

ປະທານາທິບໍດີ ໂດນັລ ທຣຳ ແຫ່ງສະຫະລັດ ກຽມລົງນາມໃນຄຳສັ່ງຝ່າຍບໍລິຫານເພື່ອປິດກະຊວງສຶກສາທິການ ເຊິ່ງຈະດຳເນີນການຕາມຄຳສັນຍາໃນການຫາສຽງເລືອກຕັ້ງ. ສຳນັກຂ່າວຮອຍເຕີລາຍງານ ໃນວັນທີ 19 ມີນາ 2025 ຜ່ານມາ, ປະທານາທິບໍດີ ສະຫະລັດ ກຽມລົງນາມໃນຄຳສັ່ງຝ່າຍບໍລິຫານທີ່ມີເປົ້າໝາຍໃນການປິດກະຊວງສຶກສາທິການ ທີ່ເປັນໄປຕາມຄຳສັນຍາໃນການຫາສຽງເລືອກຕັ້ງໃນປີ 2024. ຄຳສັ່ງດັ່ງກ່າວຖືກຂັດຄ້ານໂດຍກຸ່ມໄອຍະການສູງສຸດຂອງລັດພັກເດໂມແຄຣດ ເຊິ່ງຍື່ນຟ້ອງເພື່ອຂັດຂວາງບໍ່ໃຫ້ ທຣຳ ຍຸບກະຊວງສຶກສາທິການ ແລະ ຢຸດການເລິກຈ້າງເຈົ້າໜ້າທີ່ເກືອບເຄິ່ງໜຶ່ງ ທີ່ມີການປະກາດເມື່ອອາທິດທີ່ຜ່ານມາ. ທາງດ້ານ ທຣຳ ບໍ່ສາມາດປິດໜ່ວຍງານໄດ້ ຖ້າຫາກບໍ່ມີການຮ່າງກົດໝາຍຈາກລັດທະສະພາ ເຊິ່ງອາດເປັນເລື່ອງທີ່ຍາກເຊິ່ງພັກລີພັບລິກັນ ຂອງ ທຣຳ ມີຄະແນນສຽຽ  53 ຕໍ່ 47 ໃນວຸດທິດສະພາ ແຕ່ກົດໝາຍສຳຄັນເຊັ່ນ:...

ແຂວງຈຳປາສັກ ກວດກພົບສິນຄ້າແບບຫຼົບຫຼີກການເສຍພາສີອາກອນ ຈຳນວນ 4 ກໍລະນີ

ແຂວງຈຳປາສັກ ກວດກພົບສິນຄ້າແບບຫຼົບຫຼີກການເສຍພາສີອາກອນ ຕົ້ນປີ​ 2025,​ ແຂວງຈຳປາສັກ ກວດກາພົບເຫັນການເຄື່ອນໄຫວດໍາເນີນກິດຈະການທີ່ບໍ່ຖືກຕາມລະບຽບການ,​ ນໍາເຂົ້າສິນຄ້າແບບຫຼົບຫຼີກການເສຍພາສີອາກອນ​ ຫຼື​ ສິນຄ້ານອກລະບົບ 4 ກໍລະນີ. ທ່ານ​ ໄກທອງ​ ສຸວັນນາດີ ຮອງຫົວໜ້າ​ຂະແໜງ​ການຄ້າ​ພາຍໃນ​ ພະແນກອຸດສາຫະກໍາ​ ແລະ​ ການຄ້າ​ແຂວງຈຳປາ​ສັກ​ ໃຫ້ສໍາພາດ​ໃນວັນທີ​ 17​ ມີນາ​ 2025​ ນີ້ວ່າ: ໃນ​ 3 ເດືອນຕົ້ນປີ 2025, ເຈົ້າໜ້າທີ່ກວດກາການຄ້າພວກເຮົາ ໂດຍປະສານສົມທົບກັບເຈົ້າໜ້າທີ່ ແລະ​ ໜ່ວຍງານ​ທີ່​ກ່ຽວຂ້ອງ ໄດ້ເຄື່ອນໄຫວວຽກງານກວດກາສິນຄ້ານອກລະບົບ​ ຕາມສິດ ແລະ ໜ້າທີ່ຂອບເຂດທີ່ຕົນຮັບຜິດຊອບ ເປັນຕົ້ນແມ່ນກວດກາຕາມສາຍທາງ,...

ເຂົ້າມັນໄກ່ເປັນເຫດ ເມຍຜິດກັບຜົວເລີຍຈັບມີດຟັນຜົວ ເນື່ອງຈາກເມຍເຮັດຕົ້ມຍຳໃຫ້ກິນ ແຕ່ຜົວຢາກກິນເຂົ້າມັນໄກ່

ເມຍໃຈຮ້າຍຈັບມີດຟັນຜົວ ເນື່ອງຈາກເຮັດຕົ້ມຍຳໃຫ້ກິນ ແຕ່ຜົວຢາກກິນເຂົ້າມັນໄກ່ ສຳນັກຂ່າວໄທລາຍງານໃນວັນທີ 16 ມີນາ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທໄດ້ຮັບແຈ້ງເຫດວ່າ: ມີຜົວ-ເມຍ ຜິດຖຽງກັນ ຢູ່ອຳເພີແກງ ຈັງຫວັດຣະຍອງ ປະເທດໄທ, ຫຼັງໄດ້ຮັບແຈ້ງເຫດເຈົ້າໜ້າທີ່ຈຶ່ງໄດ້ລົງໄປກວດສອບສະຖານທີ່ເກີດເຫດ ເປັນຫ້ອງເຊົ່າປຸກສ້າງຕິດກັນ ແລະ ໄດ້ພົບຜູ້ຊາຍອາຍຸ 50 ປີ ນອນໄດ້ຮັບບາດເຈັບມີຮອຍບາດຢູ່ເທິງຫົວ ເຈົ້າໜ້າທີ່ກູ້ໄພຈຶ່ງໄດ້ປະຖົມພະຍາບານເບື້ອງຕົ້ນກ່ອນນຳສົ່ງໂຮງໝໍ. ຕາມການລາຍງານ ເມຍຜູ້ໄດ້ຮັບບາດເຈັບລະບຸວ່າ: ກ່ອນເກີດເຫດຜູ້ເປັນຜົວໄດ້ຈັບສຸ່ມຈັບກະປູມາທຳທ່າຈະທຳຮ້າຍຕົນກ່ອນ ຕົນເລີຍຈັບມີດກ່ອນ ຈະເກີດເຫດການຂັດແຍ່ງມີດ ສຸດທ້າຍດວງຊວຍມີດໄດ້ຟັນຖືກຫົວຜູ້ເປັນຜົວໄດ້ຮັບບາດເຈັບ ກ່ອນຈະມີເພື່ອນບ້ານມາຫ້າມອອກຈາກກັນ. ຂະນະທີ່ເພື່ອນເລົ່າວ່າ: ຕົນ ແລະ ຜູ້ບາດເຈັບນັ່ງກິນລ້ຽງວັນເກີດເມຍຂອງຜູ້ບາດເຈັບຢູ່ໜ້າບ້ານຕົນເອງ ສ່ວນເມຍຂອງຜູ້ບາດເຈັບທີ່ເປັນເຈົ້າຂອງວັນເກີດໄດ້ນັ່ງກິນຢູ່ກັບໝູ່ອີກກຸ່ມໜຶ່ງ  ແລ້ວທັງສອງກໍໄດ້ຍ່າງເຂົ້າໄປໃນຫ້ອງຈຶ່ງເກີດການຜິດຖຽງກັນ ເຊິ່ງເພື່ອບ້ານກໍບໍ່ຮູ້ວ່າທັງສອງຜິດກັນຍ້ອນຫຍັງ ແຕ່ມາຮູ້ຕາມຫຼັງວ່າມາຈາກເລື່ອງ:...

ສອງຊາຍໄວໜຸ່ມກໍ່ເຫດຄາຕະກຳຊີງຊັບ ແລ້ວຖິ້ມຜູ້ເຄາະຮ້າຍລົງໜອງ

ສອງນ້ອງຮັກ ຫັກລ່ຽມໂຫດກໍ່ເຫດຄາຕະກຳເພື່ອຊິງຊັບ ແລ້ວທຳລາຍຫຼັກຖານ. ປກສ ນະຄອນຫລວງວຽງຈັນ ລາຍງານວ່າ: ວັນທີ 25 ຕຸລາ 2024 ຜ່ານມາ ເກີດເຫດຄາຕະກໍາ ຢູ່ບ້ານໜອງແຫ້ວ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ. ຜູ້ເສຍຊີວິດ ຊື່ ທ້າວ ດາວວອນ ອາຍຸ 42 ປີ ຢູ່ບ້ານໜອງແຫ້ວ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ຜູ້ກໍ່ເຫດໄດ້ເອົາຕົວຫຼົບໜີ. ຜ່ານການສອບສວນ ພົບວ່າ: ທ້າວ ດາວວອນ ໄດ້ພົວພັນກັບກຸ່ມໄວລຸ້ນທີ່ດື່ມນໍ້າກະທ່ອມຫລາຍກຸ່ມ ເຈົ້າໜ້າທີ່ຈຶ່ງໄດ້ຄັດຈ້ອນເປົ້າໝາຍຫາຜູ້ກໍ່ເຫດ ຈຶ່ງສາມາດກໍານົດໄດ້ເປົ້າໝາຍຄື: 1. ທ້າວອານຸຊາ ອາຍຸ...

ລາວ ເປັນ 1 ໃນປະເທດ ທີ່ຈະຖືກຈຳກັດວີຊາ ຈາກສະຫະລັດອາເມລິກາ

ສະຫະລັດກຽມຂະຫຍາຍມາດຕະການຈຳກັດວີຊາກວມ 41 ປະເທດທົ່ວໂລກ ອີງຕາມສຳນັກຂ່າວ ຮອຍເຕີ ລາຍງານໃນວັນທີ 16 ມີນາ 2025 ຜ່ານມານີ້ວ່າ: ລັດຖະບານຂອງທ່ານ Donald Trump ກຳລັງພິຈາລະນາ ການຂະຫຍາຍມາດຕະການຈຳກັດການເດີນທາງ ຂອງພົນລະເມືອງຈາກບັນດາ 41 ປະເທດໃນທົ່ວໂລກ, ໂດຍແບ່ງອອກເປັນ 3 ກຸ່ມຄື: ກຸ່ມທີ 1 ທີ່ຈະຖືກລະງັບວີຊາ ມີທັງໝົດ 10 ປະເທດລວມເຖິງ: ອັບການິສສະຖານ, ອີຣ່ານ, ຊີເຣຍ, ຄິວບາ ແລະ ເກົາຫຼີເໜືອ. ກຸ່ມທີ 2 ຈະຖືກລະງົບວີຊາບາງປະເພດ ເຊັ່ນວີຊານັກທ່ອງທ່ຽວ,...

ສປປ ລາວ ແບ່ງການປົກຄອງທ້ອງຖິ່ນ ອອກເປັນສາມຂັ້ນ ຄື: ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຕາແສງ.

ສປປ ລາວ ແບ່ງການປົກຄອງທ້ອງຖິ່ນ ອອກເປັນສາມຂັ້ນ ຄື: ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຕາແສງ ໃນໂອກາດຂຶ້ນລາຍງານກ່ຽວກັບຮ່າງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປຸບປຸງ ປີ 2025 ຕໍ່ກອງປະຊຸມສະໄໝວິສາ ມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ມີນາ 2025, ທ່ານ ຈະເລີນ ເຍຍປາວເຮີ, ຮອງປະທານສະພາແຫ່ງ ຊາດ, ຮອງປະທານຄະນະກຳມະການລະດັບຊາດ ປັບປຸງລັດຖະ ທຳມະນູນ ໄດ້ຍົກໃຫ້ເຫັນກ່ຽວກັບ...

ພາຍຸຝຸ່ນ ໄຟປ່າ ແລະ ພາຍຸທຳນາໂດຫຼາຍລູກພັດຖະຫຼົ່ມ ສະຫະລັດ ເສຍຊີວິດຢ່າງນ້ອຍ 40 ຄົນ

ມີຜູ້ເສຍຊີວິດຢ່າງນ້ອຍ 40 ຄົນ ຫຼັງຈາກມີລາຍງານການເກິີດພາຍຸຝຸ່ນ ໄຟປ່າ ແລະ ພາຍຸທຳນາໂດຫຼາຍລູກພັດຖະຫຼົ່ມ ພຶ້ນທີ່ພາກກາງ-ໃຕ້ ຂອງສະຫະລັດ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ມີນາ 2025 ນີ້ວ່າ: ມີຜູ້ເສຍຊີວິດຢ່າງນ້ອຍ 40 ຄົນ ຈາກການເກີດພາຍຸຝຸ່ນ ໄຟປ່າ ແລະ ພາຍຸທໍນາໂດຫຼາຍລູກພັດຖະຫຼົ່ມທາງພາກກາງຂອງສະຫະລັດ, ເຊິ່ງທາງລັດມິສຊູລີ ເປັນລັດທີ່ໄດ້ຮັບຜົນກະທົບຈາກພາຍຸທໍນາໂດ ເຊິ່ງເລີ່ມກໍຕົວໃນວັນສຸກຜ່ານມາ 14 ມີນາ 2025 ໂດຍມີຜູ້ເສຍຊີວິດຢ່າງນ້ອຍ 12 ຄົນ, ນອກຈາກນັ້ນ ກະແສລົມແຮງໃນລັດແທັກຊັສ ແລະ ແຄນຊັສ ເຮັດໃຫ້ເກີດພາຍຸ...

ກອງປະຊຸມສະໄໜວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໜວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ ເຊິ່ງຈະໄດ້ດຳເນີນໄປຈົນຮອດວັນທີ 20 ມີນາ 2025. ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 17 ມີນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໂດຍມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ...

ການປັບປຸງກົງຈັກການຈັດຕັ້ງ

ມະຕິ ຂອງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງ ອີງຕາມມະຕິ ເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ໃຫ້ຮູ້ວ່າ: ມາຮອດປີ 2024, ກົງຈັກການຈັດຕັ້ງຢູ່ຂັ້ນສູນກາງ ມີທັງໝົດ 47 ພາກ ສ່ວນ ນັບທັງອົງການຂອງພັກ, ລັດ, ແນວລາວສ້າງຊາດ, ສະຫະ ພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ມີຈໍານວນກົມ 456 ກົມ ແລະ ມີພະແນກຂຶ້ນກັບກົມ ຈຳນວນ 2.222...

ຖະແຫຼງງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV  ແລະ ກະກຽມແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ XIV.

ບົດຖະແຫຼງຂ່າວ ຄວາມພ້ອມງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV  ແລະ ກະກຽມແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ XIV. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ໄດ້ຮັບການມອບໝາຍຈາກລັດຖະບານ ໃຫ້ຮັບຜິດຊອບວຽກງານການພັດທະນາສີມືແຮງງານ ຊຶ່ງກຳນົດຍຸດທະສາດການພັດທະນາສີມີືແຮງງານ ດ້ານປະລິມານໄປຄຽງຄູ່ກັບດ້ານຄຸນນະ ພາບ ເພື່ອສຸມໃສ່ການພັດທະນາຄົນເປັນບັນຫາສຳຄັນ ແລະ ເປັນໃຈກາງ ຂອງທຸກວຽກງານ. ການພັດທະນາເສດຖະກິດ-ສັງຄົມ ຈະປະສົບຜົນສຳເລັດໄດ້ນັ້ນ ແມ່ນປະກອບດ້ວຍຫຼາຍປັດໄຈ, ແຕ່ປັດໄຈຕັດສິນກວ່າໝູ່ແມ່ນຄົນທີ່ມີຄວາມຮູ້ຄວາມສາມາດ, ມີສີມືແຮງງານ, ມີລະບຽບວິໄນ, ມີອາຊີບ ແລະ ດຸໝັ່ນ, ອົດທົນ ບວກກັບຫົວຄິດປະດິດສ້າງ, ກ້າເຮັດ ກ້າຮັບຜິດ ຊອບ. ດ້ວຍເຫດຜົນດັ່ງກ່າວ...

ຈັບລູກຊາຍຕິດຢາ ໃຈຮ້າຍທີ່ພໍ່ຫ້າມບໍ່ໃຫ້ມົ້ວສຸມຢາເສບຕິດ ເລີຍພະຍາຍາມຄາຕະກຳພໍ່ຂອງຕົນເອງ

ລູກຊາຍທໍລະພີ ກໍ່ເຫດພະຍາຍາມຄາຕະກຳພໍ່ຕົນເອງ ຍ້ອນບໍ່ມັກທີ່ພໍ່ຫ້າມມົ້ວສຸມຢາເສບຕິດ. ວັນທີ 12 ມີນາ 2025 ຜ່ານມາ ປກສ ແຂວງຫົວພັນ ໄດ້ນໍາຕົວທ້າວຫຼວງ ອາຍຸ 23 ປີ ປະຊາຊົນ ບ້ານນອງເລົ່າ ເມືອງກວັນ ແຂວງຫົວພັນ ມາຈໍາລອງເຫດການຄືນກໍລະນີຜູ້ກ່ຽວໄດ້ກໍ່ເຫດພະຍາຍາມຂ້າພໍ່ຕົນເອງ ແລະ ຖືກຈັບຕົວໃນວັນທີ 28 ທັນວາ 2024 ຜ່ານມາ. ທ້າວຫຼວງ ໄດ້ຮັບສາລະພາບວ່າ: ຕົນໄດ້ລົງມືພະຍາຍາມຂ້າພໍ່ຂອງຕົນເອງແທ້, ຍ້ອນໄດ້ເສບຢາເສບຕິດ ຜ່ານມາຜູ້ເປັນພໍ່ໄດ້ເຄີຍບອກສອນຕົນມາຫຼາຍຄັ້ງແລ້ວ ບໍ່ໃຫ້ໄປມົ້ວສຸມຢາເສບຕິດ ແລະ ຫຼິ້ນກິນຟູມເຟືອຍ ເຄີຍໃຊ້ອາລົມຮ້າຍ, ພ້ອມທັງປ່ອຍດ່າພໍ່ ແລະ...

ການຂະຫຍາຍບ່າທາງໂຄງການກໍ່ສ້າງທາງລົດເມດ່ວນ BRT ມີຄວາມຄືບໜ້າຫຼາຍກວ່າ 58%

ອົດໃຈລໍຖ້າ! ການຂະຫຍາຍບ່າທາງໂຄງການກໍ່ສ້າງທາງລົດເມດ່ວນ BRT ມີຄວາມຄືບໜ້າຫຼາຍກວ່າ 58% ມາຮອດປັດຈຸບັນການຂະຫຍາຍບ່າທາງຈຸດປະຕູໄຊ ຫາ 3 ແຍກຄໍາຮຸ່ງໜ້າມະຫາວິທະຍາໄລແຫ່ງຊາດຂອງໂຄງການກໍ່ສ້າງທາງລົດເມດ່ວນ BRT ມີຄວາມຄືບໜ້າຫຼາຍກວ່າ 58% ສ່ວນລະບົບໄຟອໍານາດທີ່ໃຊ້ການບໍ່ໄດ້ ຍ້ອນຜູ້ຮັບເໝົາກໍ່ສ້າງຂະຫຍາຍເສັ້ນທາງສອງຟາກທາງ ສົ່ງຜົນກະທົບກັບສາຍໄຟເຍືອງທາງ ຊຶ່ງພາກສ່ວນກ່ຽວຂ້ອງໄດ້ເລັ່ງແກ້ໄຂໃຫ້ສາມາດນໍາໃຊ້ເປັນປົກກະຕິແລ້ວ. ທ່ານ ຄໍາແສນ ສີວົງໄຊ ຜູ້ຈັດການໂຄງການກໍ່ສ້າງທາງລົດເມດ່ວນ BRT ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 12 ມີນານີ້ວ່າ: ການຂະຫຍາຍບ່າທາງຂອງໂຄງການກໍ່ສ້າງທາງລົດເມດ່ວນ BRT ແບ່ງອອກເປັນ 3 ໄລຍະຄື: ໄລຍະທີ 1 ແຕ່ປະຕູໄຊຫາວົງວຽນ 450 ປີ, ໄລຍະທີ...

TIN ĐỌC NHIỀU

TIN NỔI BẬT