ວັນອາທິດ, 27 ເດືອນ​ສີ່ 2025
Trang chủChưa phân loại

Chưa phân loại

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ, ທາງພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ໄດ້ມ້າງລາຍຄະດີຢາເສບຕິດ ຢູ່ບ້ານຂອນແກ້ວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ສາມາດກັກຕົວຜູ້ຖືກຫາໄດ້ຈໍານວນ 01 ຄົນຊື່ນາງ ສີວິໄລ ບຸນສະຫວັດ ພ້ອມຂອງກາງຢາເສບຕິດ ປະເພດ ຄໍລະເຈນຈຳນວນ 02 ຊອງ. ຜ່ານການຕິດຕາມ-ກວດກາ ຂະຫຍາຍຜົນຈຶ່ງສາມາດກັກຕົວ...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ, ກົມໃຫຍ່ຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ຮູ້ໃນໂອກາດຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 28 ມີນາ 2025 ຜ່ານມາວ່າ: ໃນໄລຍະປີໃໝ່ລາວແຕ່ລະປີ ມີອຸບັດຕິເຫດເກີດຂຶ້ນ ແລະ ເສຍຊີວິດ ເປັນຈຳນວນຫຼວງຫຼາຍ. ເພື່ອສະກັດກັ້ນການເກີດອຸບັດເຫດ ຈະລາຈອນທາງບົກ ໃນໄລຍະສະຫຼອງປີໃໝ່ລາວ 11-17 ເມສາ 2025 ໃຫ້ມີຄວາມເບີກບານມ່ວນຊື່ນ, ເປັນຂະບວນຟົດຟື້ນ...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ 2025 ຕາມເວລາທ້ອງຖິ່ນ ເຮັດໃຫ້ນັກທ່ອງທ່ຽວທີ່ຢູ່ເທິງເຮືອຕາງກໍພາກັນໂດດລົງນ້ຳ ແລ້ວໜີເອົາຕົວລອດ ໂຊກດີທີ່ບໍ່ມີຄົເສຍຊີວິດຈາກເຫດການດັ່ງກ່າວ. ຕາມການລາຍງານເບື້ອງຕົ້ນຂອງເຈົ້ານ້າທີ່ລະບຸວ່າ: ພາຍໃນເຮືອລຳດັ່ງກ່າວມີນັກທ່ອງທ່ຽວໂດຍສານ 36 ຄົນ ໄດ້ຮັບບາດເຈັບພຽງ 2 ຄົນ ຈຶ່ງໄດ້ນຳຕົວສົ່ງໂຮງໝໍທັນທີ, ຂະນະໄຟໄໝ້ເຈົ້າໜ້າທີ່ໄດ້ນຳເຮືອ 2 ລຳ (ເຮືອດັບເພິງ 1 ລຳ ແລະ ເຮືອສະປີດໂບ໊ດ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້, ເຈົ້າໜ້າທີ່ກູ້ໄພມຽນມາ ແລະ ນາໆຊາດ ຍັງຄົງເລັ່ງຄົ້ນຫາ ແລະ ຊ່ວຍເຫຼືອປະຊາຊົນ ທີ່ຕິດຢູ່ໃນຊາກອາຄານທົ່ວປະເທດຢ່າງຕໍ່ເນື່ອງ ທ່າມກາງສະພາບອາກາດຮ້ອນ ອຸນຫະພູມປະມານ 40 ອົງສາ. ພາຍຫຼັງທີ່ເຈົ້າໜ້າທີ່ທຳການຄົ້ນຫາກ້່ວເຂົ້າມື້ທີ 4 ທ່າມກາງອາກາດຮ້ອນເຮັດໃຫ້ຮ່າງຜູ້ເສຍຊີວິດເນັ່າເປັື່ອຍໄວກວ່າປົກກະຕິ ແລະ ໄດ້ສົ່ງກິ່ນເໝັນໄປທົ່ວບໍລິເວນ, ຕາມການລາຍງານຂອງເຈົ້າໜ້າທີ່ກູ້ໄພ ລະບຸຕົວເລກທີ່ເສຍຊີວິດຈາກເຫດການແຜ່ນດິນໄຫວໃນຄັ້ງນີ້ເພີ່ມຂຶ້ນຢ່າງນ້ອຍ 2,056 ຄົນ, ບາດເຈັບອີກ...

ພາກກາງ-ໃຕ້ ສືບຕໍ່ຮ້ອນເອົ້າ ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025

ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025, ເວລາ 12 ໂມງ 00 ພາກກາງ-ພາກໃຕ້ ສືບຕໍ່ອາກາດຮ້ອນເອົ້າ ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບ ກະແສລົມຕາເວັນອອກ-ຕາເວັນອອກສ່ຽງເຫນືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ ອາກາດຍັງຈະເຢັນຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ຢູ່ໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີຟ້າຮ້ອງ ຟ້າເຫຼື້ອມ ຟ້າຜ່າ ຫມາກເຫັບຕົກ ແລະ ມີລົມພັດແຮງ ຢູ່ບາງທ້ອງຖິ່ນ. ພາກເຫນືອດ້ານຕາເວັນອອກ: ອາກາດເຢັນ ຫາ...

ອັບເດດຍອດຜູ້ເສຍຊີວິດ-ບາດເຈັບ ຈາກເຫດແຜ່ນດິນໄຫວຮຸນແຮງລະດັບ 7.7 ຣິກເຕີທີ່ປະເທດມຽນມາ

ອັບເດດສະຖານະການແຜ່ນດິນໄຫວຮຸນແຮງທີ່ປະເທດຫວຽດນາມຫຼ້າສຸດ ຍອດຜູ້ເສຍຊີວິດພຸ່ງຂຶ້ນເປັນ 1,700 ຄົນ. ສຳນັກຂ່າວ thaipbs ລາຍງານໃຫ້ຮູ້ວ່າ: ໃນວັນທີ 31 ມີນາ 2025 ເຈົ້າໜ້າທີ່ກູ້ໄພຍັງສືບຕໍ່ຄົ້ນຫາຜູ້ລອດຊີວິດທີ່ອາດຕິດຢູ່ໃຕ້ຊາກອາຄານພັງຖະຫຼົ່ມ ຫຼັງເກີດແຜ່ນດິນໄຫວຄວາມແຮງ 7.7 ຣິກເຕີ, ເມື່ອວັນທີ 28 ມີນາ 2025 ຄວາມຮຸນແຮງຂອງແຜ່ນດິນໄຫວໄດ້ສົ່ງຜົນໃຫ້ບ້ານເມືອງໃນຫຼາຍພື້ນທີ່ຂອງມຽນມາໄດ້ຮັບຜົນກະທົບຢ່າງໜັກ ໂດຍສະເພາະນະຄອນຫຼວງເນປີດໍ, ເມືອງມັນທະເບ, ພູມິພາກຊະໄກ, ພະໂຄ, ມາເກວ ລວມເຖິງລັດສານ, ເຊິ່ງຖືວ່າເປັນພື້ນທີ່ທີ່ໄດ້ຮັບຜົນກະທົບໜັກສຸກຈາກໄພພິບັດຄັ້ງນີ້. ປັດຈຸບັນ, ມີຍອດຜູ້ເສຍຊີວິດຈາກແຜ່ນດິນໄຫວຄັ້ງນີ້ເພິ່ມຂຶ້ນເປັນ 1,700 ຄົນ, ບາດເຈັບກວ່າ 3,400 ຄົນ ແລະ ຍັງມີຜູ້ສູນຫາຍອີກ...

ອັບເດດສະຖານະການຄົ້ນຫາ ຜູ້ປະສົບເຫດອາຄານຖະຫຼົ່ມ ທີ່ປະເທດໄທ ຫຼັງເກີດແຜ່ນດິນໄຫວຮຸນແຮງໃນປະເທດມຽນມາ

ຄວາມຄືບໜ້າສະຖານະການການຄົ້ນຫາ ຜູ້ປະສົບເຫດ ອາຄານຂອງສຳນັກງານກວດເງິນແຜ່ນດິນ ປະເທດໄທ ຖະຫຼົ່ມລົງມາ ຂະນະນີ້ເຈົ້າໜ້າທີ່ຍັງເລັ່ງຄົ້ນຫາອີກ 76 ຄົນ. ສຳນັກຂ່າວຕ່າງປະເທດລາຍງານຈາກເຫດການອາຄາຂອງສຳນັກງານກວດເງິນແຫ່ງຊາດ ໃນພຶ້ນທີ່ເຂດຈະຕຸຈັກ ກຸງເທບມະຫານະຄອນ ປະເທດໄທ ທີ່ກຳລັງທຳການກໍ່ສ້າງມີຄວາມສູງກວ່າ່ 30 ຊັ້ນ ໄດ້ຖະລົ່ມລົງມາຫຼັງເກີດເຫດແຜ່ນດິນໄຫວ ທີ່ປະເທດມຽນມາ ເມື່ອຕອນບ່າຍຂອງວັນທີ 28 ມີນາ 2025 ຜ່ານມາ ສົ່ງຜົນໃຫ້ມີຜູ້ບາດເຈັບ ແລະ ເສຍຊີວິເປັນຈຳນວນຫຼາຍ. ຫຼ້າສຸດໃນວັນທີ 31 ມີນາ 2025 ຜູ້ສື່ຂ່າວລາຍງານວ່າ: ທີມເຈົ້າໜ້າທີ່ຈາກໜ່ວຍງານຕ່າງໆ ລວມເຖິງນາໆຊາດ ຕ່າງກໍເລັ່ງໃຫ້ການຊ່ວຍເຫຼືອຢ່າງຕໍ່ເນື່ອງ ໂດຍໃຊ້ເວລາດົນນານກວ່າ 72 ຊົ່ວໂມງ...

ຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວ ໃນມຽນມາ ເພີ່ມຂຶ້ນຢ່າງນ້ອຍ 1,644 ຄົນ

ຈຳນວນຜູ້ເສຍຊີວິດໃນມຽນມາຈາກເດຫແຜ່ນດິນໄຫວຮຸນແຮງເມື່ອວັນສຸກຜ່ານມາ, ມີຈຳນວນ 1,600 ຄົນ ຂະນະທມທີ່ໜ່ວຍກູ້ໄພເລັ່ງຄົ້ນຫາຜູ້ທີ່ຕິດຢູ່ໃຕ້ຊາກອາຄານຫຼາຍແຫ່ງທີ່ຖະຫຼົ່ມລົງມາ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ຜູ້ນຳນຳກອງທັບມຽນມາເປີດເຜີຍເມື່ອວັນທີ 29 ມີນາ 2025 ວ່າ: ຈຳນວນຜູ້ເສຍຊີວິດໃນປະເທດ ຈາກເຫດແຜ່ນດິນໄຫວຮຸນແຮງລະດັບ 7.7 ຣິກເຕີ ເພີ່ມຂຶ້ນຢ່າງນ້ອຍ 1,644 ຄົນ ແລະ ໄດ້ຮັບບາດເຈັບ 3,408 ຄົນ ແລະ ສູນຫາຍອີກ 139 ຄົນ. ເຫດແຜ່ນດິນໄຫວທີ່ເກີດຂຶ້ນ ພ້ອມກັບອັບເຕີຊ໋ອກຫຼາຍຄັ້ງໄດ້ສ້າງຜົນກະທົບ ແລະ ແຮງສັ່ນສະເທືອນ ໄປເຖິງໄທ, ອິນເດຍ, ຈີນ, ກຳປູເຈຍ ແລະ ລາວ. ນອກຈາກນີ້ຍັງມີລາຍງານວ່າ...

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 28/03/2025 ຫາ ເວລາ 07 ໂມງ ຂອງວັນທີ 29/03/2025

ກົມອຸຕຸແຈ້ງເຕືອນສະພາບອາກາດ 28/3/25 ພາກເໜືອຈະມີອາກາດຮ້ອນ-ຮ້ອນເອົ້າ ສ່ວນພາກກາງມີເນື້ອທີ່ຝົນປົກຫຸ້ມ 50%. ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາປານກາງ, ສົມທົບກັບກະແສລົມ ຕາເວັນຕົກພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຍັງສືບຕໍ່ຮ້ອນ ພ້ອມມີ ໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນຢູ່ໃນແຕ່ລະພາກ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມຈະມີໝາກເຫັບຕົກ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ພາກກາງ ແລະ ພາກໃຕ້. ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 28/03/2025 ຫາ ເວລາ 07...

ເຊັນສັນຍາຮ່ວມມືຍຸດທະສາດດ້ານການຂົນສົ່ງດິຈິຕອນ-ໂລຈິສຕິກພາຍໃນປະເທດຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ

ເພື່ອຍົກລະດັບການຂົນສົ່ງ ຂອງ ສປປ ລາວ ເຊັນສັນຍາຮ່ວມມືຍຸດທະສາດດ້ານການຂົນສົ່ງດິຈິຕອນ-ໂລຈິສຕິກພາຍໃນປະເທດຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ. ເຊັນສັນຍາຮ່ວມມືຍຸດທະສາດດ້ານການຂົນສົ່ງດິຈິຕອນ-ໂລຈິສຕິກພາຍໃນປະເທດຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ເພື່ອຍົກລະດັບການຂົນສົ່ງ ຂອງ ສປປ ລາວ ຮອງຮັບການນໍາເຂົ້າ – ສົ່ງອອກ, ສົ່ງອອກຕໍ່ ແລະ ຜ່ານແດນ ສິນຄ້າໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ຊັດເຈນ ສົ່ງເສີມການພັດທະນາ ພື້ນຖານໂຄງລ່າງ, ເພີ່ມປະສິດທິພາບໃນການເຊື່ອມໂຍງໂຄງຂ່າຍການຂົນສົ່ງ; ຫຼ້າສຸດ ບໍລິສັດ ພີທີແອວໂຮນດິ້ງ ຈຳກັດ (PTLH) ໄດ້ມີການເຊັນສັນ ຍາຮ່ວມມື ກັບບໍລິສັດ PSA International Pte Ltd...

ພະຍາກອນອາກາດ ປະຈໍາວັນທີ 27 ມີນາ 2025, ເວລາ 12 ໂມງ 00

ຮ້ອນຈັດອາກາດຕອນສວາຍ ພາກເໜືອມີອຸນຫະພູມສູງສຸດ 40 ອົງສາ ສ່ວນພາກໃຕ້ມີເນື້ອທີ່ຝົນປົກຫຸ້ມ 50% ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ, ຊຶ່ງຈະເຮັດໃຫ້ ອາກາດຍັງສືບຕໍ່ຮ້ອນ ພ້ອມມີຫມອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນຢູ່ໃນແຕ່ ລະພາກ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມຈະມີຫມາກເຫັບຕົກ ແລະ ລົມພັດແຮງຢູ່ບາງ ທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້. ພາກເຫນືອດ້ານຕາເວັນອອກ: ອາກາດເຢັນ ຫາ ຫນາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ບໍ່ມີຝົນຕົກ ແລະ ຈະມີລົມພັດແຮງຢູ່ທົ່ວໄປ ອຸນຫະພູມໃນລະຫວ່າງ 13 – 34...

ເກົາຫຼີໃຕ້ປະເຊີນກັບໄຟປ່າຄັ້ງທີ່ຮ້າຍແຮງທີ່ສຸດ ຫຼ້າສຸດເສຍຊີວິດແລ້ວ 24 ຄົນ

ສະຖານະການໄຟປ່າທາງພາກຕາເວັນອອກສຽງໃຕ້ ລຸກລາມຢ່າງໄວວາ ຫຼ້າສຸດເສຍຊີວິດທັງໝົດ 24 ຄົນ ແລະ ບາດເຈັບອີກຫຼາຍຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 27 ມີນາ 2025 ກ່ຽວກັບສະຖານະການໄຟປ່າຄັ້ງຮ້າຍແຮງທີ່ສຸດໃນພາກຕາເວັນອອກສຽງໃຕ້ຂອງເກົາຫຼີໃຕ້ ທີ່ຍັງຄົງລຸກລາມເຜົາວັດເກົ່າແກ່ ແລະ ໄໝ້ອາຄານມໍລະດົກໂລກ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 24 ຄົນ ບາດເຈັບ 26 ຄົນ, ເຈັບໜັກ 12 ຄົນ ແລະ ກຳລັງສ້າງຄວາມເສຍຫາຍທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ລວມທັງເຮັດໃຫ້ມໍລະດົກໂລກ 2 ແຫ່ງຕົກຢູ່ໃນຄວາມສ່ຽງ. ເຫດການໄຟປ່າລຸກລາມໃນຄັ້ງນີ້ເກີດຂຶ້ນຊ່ວງອາທິດທີ່ຜ່ານມາ ເຜົາພຶ້ນທີ່ປ່າທາງຕາເວັນອອກສຽງໃຕ້ຂອງປະເທດ ເຮັດໃຫ້ປະຊາຊົນກງວ່າ 2,7000 ຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນໃນຂະນະທີ່ເປວໄຟຕັດຂາດຫົນທາງຫຼາຍສາຍ ແລະ...

TIN ĐỌC NHIỀU

TIN NỔI BẬT