ວັນຈັນ, 28 ເດືອນ​ສີ່ 2025
Trang chủChưa phân loạiຊາຍໜຸ່ມກໍ່ເຫດໃຊ້ມີດບຸກແທງຄໍແຟນສາວເສຍຊີວິດ ຄາຫ້ອງເຊົ່າ ຍ້ອນຫຶງທີ່ແຟນສົ່ງຍິ້ມໃຫ້ຊາຍອື່ນ

ຊາຍໜຸ່ມກໍ່ເຫດໃຊ້ມີດບຸກແທງຄໍແຟນສາວເສຍຊີວິດ ຄາຫ້ອງເຊົ່າ ຍ້ອນຫຶງທີ່ແຟນສົ່ງຍິ້ມໃຫ້ຊາຍອື່ນ

-

ຊາຍໜຸ່ມຫຶງໂຫດ! ບຸກແທງຄໍແຟນສາວເສຍຊີວິດ ຄາຫ້ອງເຊົ່າ ຍ້ອນຫຶງທີ່ແຟນສົ່ງຍິ້ມໃຫ້ຊາຍອື່ນ

ສຳນັກຂ່າວໄທລັດລາຍງານໃນວັນທີ 6 ມີນາ 2025 ຜ່ານມາ ເຈົ້າໜ້າທີ່ຕຳລວດໄດ້ຮັບແຈ້ງເຫດວ່າມີຄົນຖືກແທງເສຍຊີວິດ ຢູ່ຫ້ອງເຊົ່າແຫ່ງໜຶ່ງ ທີ່ຈັງຫວັດຣາຊະບູລີ ປະເທດໄທ.

ຕາມການລາຍງານ: ຜູ້ກໍ່ເຫດຊື່ທ້າວ ຊາຍ ອາຍຸ 30 ປີ ສັນຊາດມຽນມາ ສ່ວນຜູ້ເສຍຊີວິດ ຊື່ນາງສາວ ເມ ອາຍຸ 28 ປີ ເຊິ່ງທັງ 2 ໄດ້ພົບແລະເປັນຄູ່ຮັກກັນຈົນຍ້າຍມາຢູ່ຫ້ອງເຊົ່າໄດ້ປະມານ 6 ເດືອນ ທີ່ຜ່ານມາມັກຜິດຖຽງກັນ ແລະ ມີການທຳຮ້າຍຮ່າງກາຍກັນເປັນປະຈຳ.

ກ່ອນເກີດເຫດທັງ 2 ໄດ້ຜິດຖຽງກັນອີກຄັ້ງ ເຫດເກີດເພາະ ທ້າວ ຊາຍ ຫຶງຫວງແຟນ ທີ່ສົ່ງຍິ້ມໃຫ້ໝູ່ຜູ້ຊາຍຢູ່ທີ່ໂຮງງານ ຈົນເປັນເຫດເຮັດໃຫ້ທ້າວ ຊາຍ ໃຊ້ເຊືອກຫັດຄໍແຟນຈົນເປັນຮອຍ ກ່ອນທີ່ ນາງສາວເມຈະໜີໄປຂໍນອນຄັ້າງຄືທີ່ຫ້ອງເຊົ່າຂອງໝູ່ ແຕ່ທ້າວຊາຍໄດ້ໂທນຳ ໃຫ້ກັບເມືອຫ້ອງເພື່ອເຄຍໃຈກັນ ແຕ່ ນາງສາວເມ ກໍປະຕິເສດ ແລ້ວບອກກັບໄປວ່າຖ້າຢາກເຄຍກໍມາເຄຍຢູ່ນີ້ (ຫ້ອງຂອງໝູ່ນາງສາວເມ)

ຫຼັງຈາກນັ້ນທ້າວ ຊາຍ ເດີນທາງມາຮອດ ແລະ ມີສະພາບທີ່ເມົາກ່ອນທີ່ຈະຖາມວ່າ: ຈະບໍ່ກັບໄປຄືນດີກັນບໍ ນາງສາວ ເມກະຍັງປະຕິເສດ ແລ້ວຕອບໄປວ່າບໍ່ກັບ ຈຶ່ງເປັນເຫດເຮັດໃຫ້ທ້າວ ຊາຍ ໃຈຮ້າຍ ແລະ ໄດ້ໃຊ້ມີດແຫຼມທີ່ເຊື່ອງໄວ້ທາງຫຼັງແທງເຂົ້າທີ່ບໍລິເວນຄໍຂ້າງຊ້າຍ ຈົນເສຍຊີວິດ ສ່ວນເຈົ້າຂອງຫ້ອງແມ່ນແລ່ນໜີຕາຍ ສ່ວນຜູ້ກໍ່ເຫດ ພາຍຫຼັງກໍບໄດ້ສະຕິ ເພາະບໍ່ໄດ້ຫຼົບໜີ ແລະ ນັ່ງຖ້າມອບຕົວແກ່ເຈົ້າໜ້າທີ່ຢູ່ຂ້າງສົບຜູ້ເສຍຊີວິດ.

ທາງດ້ານ ທ້າວ ຊາຍ ໄດ້ໃຫ້ການຮັບສາລະພາບ ຕຳຫຼວດຈຶ່ງແຈ້ງຂໍ້ຫາຖານ ຂ້າຜູ້ອື່ນ ກ່ອນຈະຄວບຄຸມຕົວໄປດຳເນີນຄະດີຕາມກົດໝາຍ.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây