ວັນຈັນ, 28 ເດືອນ​ສີ່ 2025
Trang chủChưa phân loạiກັບຄືສູ່ບ້ານເຮົາແລ້ວ! ທາງການໄທສົ່ງມອບພຣະພຸດທະຮູບບູຮານຄືນສູ່ປະເທດລາວ

ກັບຄືສູ່ບ້ານເຮົາແລ້ວ! ທາງການໄທສົ່ງມອບພຣະພຸດທະຮູບບູຮານຄືນສູ່ປະເທດລາວ

-

ທາງການໄທສົ່ງມອບພຣະພຸດທະຮູບບູຮານ ທີ່ສູນຫາຍໃນສະໄໝສົງຄາມອິນດູຈີນຄືນໃຫ້ແກ່ ສປປ ລາວ

ໃນວັນທີ 7 ມີນາ 2025, ທ່ານອຸປະກິດ ປາຈະລີຍາງກຸນ ອະດີດສະມາຊິກວຸດທິສະພາ, ຫົວໜ້າຜູ້ແທນທຳມະທູດຂອງໄທ ໄດ້ເຂົ້າພົບ ທ່ານ ຄຳພັນ ອັນລາວັນ ເອກອັກຄະລັດຖະທູດ ສປປ ລາວ ປະຈຳໄທ ເພື່ອສົ່ງມອບພຣະພຸດທະຮູບບູຮານທີ່ສຳຄັນ ແລະ ສູນຫາຍໃນຊ່ວງສົງຄາມອິນໂດຈີນ ສົ່ງມອບຄືນໃຫ້ແກ່ ສປປ ລາວ.

ເຊິ່ງພຣະພຸດທະຮູບດັ່ງກ່າວເປັນພຣະພຸດທະຮູບປາງມານວິໄຊ ເນື້ອສຳລິດ ໜ້າຕັກກວ້າງ 38.5 ຊັງຕີແມັດ, ສູງ 74 ຊັງຕີແມັດ, ຮູບຊົງຕາມແບບສິລະລ້ານຊ້າງໃນຊ່ວງສັດຕະວັດທີ 19-24 ຫຼື ປະມານ 200-700 ປີກ່ອນ.

ພຣະພຸດທະຮູບໄດ້ມາຈາກພໍ່ຄ້າ ໂດຍປະມູນມາຈາກພິພິທະພັນສ່ວນຕົວໃນປະເທດຝຣັ່ງ ແລະ ຕໍ່ມາກົມສິລະປກອນໄທ ໄດ້ຄົ້ນຄວ້າຈາກຫຼັກຖານຕ່າງໆເຊັ່ນ: ພາບສະເກັດ, ແຜ່ນຈາລຶກຈາກຖານພະພຸດທະຮູບ ເລີຍໄດ້ຮູ້ວ່າ ເປັນພຣະພຸດທະຮູບທີ່ເຄີຍປະດິດສະຖານໃນວັດເພຍວັດ, ເມືອງຄູນ, ແຂວງຊຽງຂວາງ, ສປປ ລາວ ຈຶ່ງໄດ້ທຳການສົ່ງມອບຄືນໃຫ້ແກ່ ສປປ ລາວ.

ແຫຼ່ງຂ່າວ: CH7HD

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây