ວັນຈັນ, 28 ເດືອນ​ສີ່ 2025
Trang chủChưa phân loạiລັດຖະບານຍີ່ປຸ່ນໃຫ້ທຶນການຊ່ວຍເຫຼືອ 96,600 ໂດລາ ເພື່ອຊ່ວຍຍົກລະດັບການສຶກສາໃນແຂວງອຸດົມໄຊ

ລັດຖະບານຍີ່ປຸ່ນໃຫ້ທຶນການຊ່ວຍເຫຼືອ 96,600 ໂດລາ ເພື່ອຊ່ວຍຍົກລະດັບການສຶກສາໃນແຂວງອຸດົມໄຊ

-

ລັດຖະບານຍີ່ປຸ່ນ ຊ່ວຍຍົກລະດັບການສຶກສາຊັ້ນອະນຸບານ ແລະ ປະຖົມໃນແຂວງອຸດົມໄຊ

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 89,600 ໂດລາ ໃນການສະໜັບສະໜູນໂຄງການດ້ານການສຶກສາໃນແຂວງອຸດົມໄຊ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ (GGP); ພິທີລົງນາມການຊ່ວຍເຫຼືອດັ່ງກ່າວຈັດຂຶ້ນໃນຫວ່າງບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ.

ໂຄງການຈະໃຫ້ການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນ ແລະ ຫ້ອງນໍ້າໃໝ່ ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກທີ່ຈຳເປັນ ໃຫ້ແກ່ໂຮງຮຽນປະຖົມບ້ານລາວຫວາງ ເມືອງຫຼາ ແຂວງອຸດົມໄຊ ເພື່ອຍົກລະດັບໂອກາດໃນການເຂົ້າເຖິງການສຶກສາຊັ້ນກຽມປະຖົມ ແລະ ຊັ້ນປະຖົມຂອງເດັກນ້ອຍໃນທ້ອງຖິ່ນ.

ພິທີລົງນາມການຊ່ວຍເຫຼືອດັ່ງ ກ່າວຈັດຂຶ້ນໃນຫວ່າງບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ.ເຂົ້າຮ່ວມພິທີລົງນາມໃນສັນຍາ ລະຫວ່າງ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​, ທ່ານ ຄຳທ່ຽງ ທໍ່ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຫຼາ ແຂວງອຸດົມໄຊ ພ້ອມດ້ວຍແຂກຖືກເຊີນ.

ໃນໄລຍະຜ່ານມາ, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການສະໜັບ ສະໜູນໃຫ້ແກ່ແຂວງອຸດົມໄຊລວມເປັນມູນຄ່າທັງໝົດ ຫຼາຍກວ່າ 2.500.000 ໂດລາ ໃນດ້ານສາທາລະນະສຸກ, ການສຶກສາ, ໂຄງລ່າງພື້ນຖານ, ລະບົບນ້ຳລິນ ແລະ ກະສິກຳ. ປະເທດຍີ່​ປຸ່​ນຈະສືບ ຕໍ່ໃຫ້ການຊ່ວຍເຫຼືອປະເທດລາວໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປເພື່ອຮັບ​ປະ​ກັນ “​ບໍ່​ໃຫ້​ມີ​ໃຜ​ຖື​ກ​ຖິ້ມ​ໄວ້​ທາງຫຼັງ” ຜ່ານການ​ແກ້​ໄຂ​ຄວາມ​ແຕກ​ໂຕນ​​ດ້ານການພັດທະນາເສດຖະກິດ-ສັງຄົມໃນພາກພື້ນ.

ແຫຼ່ງຂ່າວ: LNR

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây