ວັນອາທິດ, 27 ເດືອນ​ສີ່ 2025
Trang chủChưa phân loạiຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

-

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ.

ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ, ກົມໃຫຍ່ຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ຮູ້ໃນໂອກາດຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 28 ມີນາ 2025 ຜ່ານມາວ່າ: ໃນໄລຍະປີໃໝ່ລາວແຕ່ລະປີ ມີອຸບັດຕິເຫດເກີດຂຶ້ນ ແລະ ເສຍຊີວິດ ເປັນຈຳນວນຫຼວງຫຼາຍ.

ເພື່ອສະກັດກັ້ນການເກີດອຸບັດເຫດ ຈະລາຈອນທາງບົກ ໃນໄລຍະສະຫຼອງປີໃໝ່ລາວ 11-17 ເມສາ 2025 ໃຫ້ມີຄວາມເບີກບານມ່ວນຊື່ນ, ເປັນຂະບວນຟົດຟື້ນ ປາສະຈາກຜົນເສຍຫາຍທາງດ້ານສຸຂະພາບ, ຊີວິດ, ຊັບສິນ, ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທັງໝົດ 1,172 ສະຫາຍ (ສະເພາະກົມຕຳຫຼວດຈະລາຈອນມີ 60 ສະຫາຍ), ຈະຕັ້ງຈຸດກວດກາການບັງຄັບໃຊ້ກົດໝາຍ ແລະ ລະບຽບການກ່ຽວກັບຈະລາຈອນທາງບົກ ຈໍານວນ 143 ຈຸດ (ສະເພາະກົມຕຳຫຼວດຈະລາຈອນ ມີ 4 ຈຸດ), ຕາມເສັ້ນທາງຫຼວງແຫ່ງຊາດ, ທາງຫຼວງແຂວງ, ທາງຫຼວງຂອງເມືອງ ແລະ ທາງໃນຕົວເມືອງ.

ແຫຼ່ງຂ່າວ: ປະເທດລາວ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây