ວັນອາທິດ, 27 ເດືອນ​ສີ່ 2025
Trang chủChưa phân loạiເກົາຫຼີໃຕ້ປະເຊີນກັບໄຟປ່າຄັ້ງທີ່ຮ້າຍແຮງທີ່ສຸດ ຫຼ້າສຸດເສຍຊີວິດແລ້ວ 24 ຄົນ

ເກົາຫຼີໃຕ້ປະເຊີນກັບໄຟປ່າຄັ້ງທີ່ຮ້າຍແຮງທີ່ສຸດ ຫຼ້າສຸດເສຍຊີວິດແລ້ວ 24 ຄົນ

-

ສະຖານະການໄຟປ່າທາງພາກຕາເວັນອອກສຽງໃຕ້ ລຸກລາມຢ່າງໄວວາ ຫຼ້າສຸດເສຍຊີວິດທັງໝົດ 24 ຄົນ ແລະ ບາດເຈັບອີກຫຼາຍຄົນ.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 27 ມີນາ 2025 ກ່ຽວກັບສະຖານະການໄຟປ່າຄັ້ງຮ້າຍແຮງທີ່ສຸດໃນພາກຕາເວັນອອກສຽງໃຕ້ຂອງເກົາຫຼີໃຕ້ ທີ່ຍັງຄົງລຸກລາມເຜົາວັດເກົ່າແກ່ ແລະ ໄໝ້ອາຄານມໍລະດົກໂລກ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 24 ຄົນ ບາດເຈັບ 26 ຄົນ, ເຈັບໜັກ 12 ຄົນ ແລະ ກຳລັງສ້າງຄວາມເສຍຫາຍທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ລວມທັງເຮັດໃຫ້ມໍລະດົກໂລກ 2 ແຫ່ງຕົກຢູ່ໃນຄວາມສ່ຽງ.

ເຫດການໄຟປ່າລຸກລາມໃນຄັ້ງນີ້ເກີດຂຶ້ນຊ່ວງອາທິດທີ່ຜ່ານມາ ເຜົາພຶ້ນທີ່ປ່າທາງຕາເວັນອອກສຽງໃຕ້ຂອງປະເທດ ເຮັດໃຫ້ປະຊາຊົນກງວ່າ 2,7000 ຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນໃນຂະນະທີ່ເປວໄຟຕັດຂາດຫົນທາງຫຼາຍສາຍ ແລະ ເຜົາເສົາສັນຍານສື່ສານ.

ສຳລັບມໍລະດົກ 2 ແຫ່ງທີ່ຕົກຢູ່ໃນຄວາມສ່ຽງນັ້ນກໍຄື: ໝູ່ບ້ານຊົນພຶ້ນເມືອງ (Hahoe) ໃນເມືອງອັນດົງ ແລະ ໂຮງຮຽນບູຮານ  (Byeongsan Seowon) ກໍຕົກຢູ່ໃນຄວາມສ່ຽງເຊິ່ງທັງ  ສະຖານທີ່ນີ້ເປັນສະຖານທີ່ນັກທ່ອງທ່ຽວຍອດນິຍົມຂອງເກົາຫຼີໃຕ້.

ແຫຼ່ງຂ່າວ: bbc

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây