ວັນອາທິດ, 27 ເດືອນ​ສີ່ 2025
Trang chủChưa phân loạiລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

-

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ.

ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ 2025 ຕາມເວລາທ້ອງຖິ່ນ ເຮັດໃຫ້ນັກທ່ອງທ່ຽວທີ່ຢູ່ເທິງເຮືອຕາງກໍພາກັນໂດດລົງນ້ຳ ແລ້ວໜີເອົາຕົວລອດ ໂຊກດີທີ່ບໍ່ມີຄົເສຍຊີວິດຈາກເຫດການດັ່ງກ່າວ.

ຕາມການລາຍງານເບື້ອງຕົ້ນຂອງເຈົ້ານ້າທີ່ລະບຸວ່າ: ພາຍໃນເຮືອລຳດັ່ງກ່າວມີນັກທ່ອງທ່ຽວໂດຍສານ 36 ຄົນ ໄດ້ຮັບບາດເຈັບພຽງ 2 ຄົນ ຈຶ່ງໄດ້ນຳຕົວສົ່ງໂຮງໝໍທັນທີ, ຂະນະໄຟໄໝ້ເຈົ້າໜ້າທີ່ໄດ້ນຳເຮືອ 2 ລຳ (ເຮືອດັບເພິງ 1 ລຳ ແລະ ເຮືອສະປີດໂບ໊ດ 1 ລຳ) ແລະ ເຄື່ອງສູບນໍ້າເຄື່ອນທີ່ອອກໄປຊ່ວຍເຫຼືອ.

ສ່ວນສາເຫດຂອງການເກີດໄຟໄໝ້ຄັ້ງນີ້ທາງເຈົ້າໜ້າທີ່ຈະທຳການກວດສອບເພື່ອຫາຂໍ້ເທັດຈິ່ງ ຫາກມີຄວາມຄືບໜ້າ ແລະ ລາຍລະອຽດຂອງສາເຫດຈະລາຍງານໃຫ້ຊາບຕື່ມ.

ແຫຼ່ງຂ່າວ: Ch7HD News

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây