ວັນອາທິດ, 27 ເດືອນ​ສີ່ 2025
Trang chủChưa phân loạiຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວ ໃນມຽນມາ ເພີ່ມຂຶ້ນຢ່າງນ້ອຍ 1,644 ຄົນ

ຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວ ໃນມຽນມາ ເພີ່ມຂຶ້ນຢ່າງນ້ອຍ 1,644 ຄົນ

-

ຈຳນວນຜູ້ເສຍຊີວິດໃນມຽນມາຈາກເດຫແຜ່ນດິນໄຫວຮຸນແຮງເມື່ອວັນສຸກຜ່ານມາ, ມີຈຳນວນ 1,600 ຄົນ ຂະນະທມທີ່ໜ່ວຍກູ້ໄພເລັ່ງຄົ້ນຫາຜູ້ທີ່ຕິດຢູ່ໃຕ້ຊາກອາຄານຫຼາຍແຫ່ງທີ່ຖະຫຼົ່ມລົງມາ.

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຜູ້ນຳນຳກອງທັບມຽນມາເປີດເຜີຍເມື່ອວັນທີ 29 ມີນາ 2025 ວ່າ: ຈຳນວນຜູ້ເສຍຊີວິດໃນປະເທດ ຈາກເຫດແຜ່ນດິນໄຫວຮຸນແຮງລະດັບ 7.7 ຣິກເຕີ ເພີ່ມຂຶ້ນຢ່າງນ້ອຍ 1,644 ຄົນ ແລະ ໄດ້ຮັບບາດເຈັບ 3,408 ຄົນ ແລະ ສູນຫາຍອີກ 139 ຄົນ.

ເຫດແຜ່ນດິນໄຫວທີ່ເກີດຂຶ້ນ ພ້ອມກັບອັບເຕີຊ໋ອກຫຼາຍຄັ້ງໄດ້ສ້າງຜົນກະທົບ ແລະ ແຮງສັ່ນສະເທືອນ ໄປເຖິງໄທ, ອິນເດຍ, ຈີນ, ກຳປູເຈຍ ແລະ ລາວ.

ນອກຈາກນີ້ຍັງມີລາຍງານວ່າ ເມືອງມັນດາເລ ແລະ ນະຄອນຍ່າງກຸ້ງ ໄດ້ຮັບຜົນກະທົບຫຼາຍທີ່ສຸດ ປະສົບບັນຫາໄຟຟ້າດັບ ແລະ ສັນຍານໂທລະສັບບໍ່ໄດ້ ຂະນະທີ່ທາງການຈີນ-ຣັດເຊຍ ໄດ້ສົ່ງໜ່ວຍກູ້ໄພເພື່ອເລັ່ງເຂົ້າຊ່ວຍເຫຼືອຜູ້ປະສົບໄພ ພ້ອມທັງມີຫຼາຍປະເທດປະກາດໃຫ້ການຊ່ວຍເຫຼືອເປັນຕົ້ນ ມາເລເຊຍ, ສິງກະໂປ, ໄຕ້ຫວັນ ແລະ ອິນເດຍ.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây