ວັນຈັນ, 28 ເດືອນ​ສີ່ 2025
Trang chủChưa phân loạiດວງປະຈຳວັນທີ 16 ກຸມພາ 2025

ດວງປະຈຳວັນທີ 16 ກຸມພາ 2025

-

ດວງປະຈຳວັນທີ 16 ກຸມພາ 2025

– ຄົນເກີດວັນຈັນ: ຖືກນຳວຽກໃນມື້ພັກຜ່ອນ ເປັນວຽກບໍ່ຄ່ອຍດ່ວນປານໃດ, ຈະໝົດເງິນໄປກັບເຄື່ອງທີ່ຢາກໄດ້ກ້ອນໃຫຍ່, ຄົນໂສດຍັງຕ້ອງໃຫ້ເວລາກັບຕົວເອງ ຄົນມີຄູ່ລະວັງບຸກຄົນທີສາມ, ລະວັງກ່ຽວກັບອາການອ່ອນເພຍ.

– ຄົນເກີດວັນຄານ: ວາງແຜນເລື່ອງວຽກງານໃນອະນາຄົດໃຫ້ດີ, ໄດ້ຮັບຂໍ້ສິເໜີເລື່ອງການເງິນທີ່ດີຂຶ້ນ, ຄົນໂສດເປັນຊ່ວງທີ່ຍັງບໍ່ເປີດຮັບໃຜງ່າຍໆ ຄົນມີຄູ່ຮັກຍັງຫວານຊື່ນ, ລະວັງເລື່ອງລະບົບທາງເດີນຫາຍໃຈ.

– ຄົນເກີດວັນພຸດ: ວຽກງານບໍ່ມີປັນຫາຫຍັງຫຼາຍ, ໃຊ້ເງິນໄປນຳຄວາມມ່ວນຊື່ນ, ຄົນໂສດມີເກນຖືກສາລະພາບຮັກ ຄົນມີຄູ່ຂຸດເລື່ອງເກົ່າມາຜິດກັນ, ລະວັງຮ່າງກາຍອ່ອນເພຍ ເນື່ອງຈາກກິນເຂົ້າບໍ່ພໍ.

– ຄົນເກີດວັນພະຫັດ: ວຽກງານລົ້ນມື ແຕ່ສາມາດຈັດການໄດ້ດີ, ໝົດເງິນໄປກັບເຄື່ອງຂອງທີ່ຢາກໄດ້ມາດົນ, ຄົນໂສດຍັງບໍ່ພ້ອມມີໃຜ ຄົນມີຄູ່ຖືກເອົາໃຈເປັນພິເສດ, ລະວັງເລື່ອງກ່ຽວກັບຂໍ້ ກະດູກ.

– ຄົນເກີດວັນສຸກ: ມີຄວາມສຸກກັບວຽກທີ່ເຮັດ, ມີເກນໄດ້ຮັບເງິນກ້ອນໃຫຍ່ຈາກຜູ້ໃຫຍ່ໃກ້ຊິດ, ຄົນໂສດກຳລັງຫຼົງມັກຄົນຜິດ ຄົນມີຄູ່ຕ້ອງເຕີມຄວາມຫວານໃຫ້ກັນເພີ່ມ, ລະວັງນອນບໍ່ຫຼັບເນື່ອງຈາກຄິດຫຼາຍ.

– ຄົນເກີດວັນເສົາ: ມັກເອົາວຽກຄົນອື່ນມາເຮັດເອງ, ມີເກນເສຍເງິນໄປກັບເລື່ອງຂອງຄອບຄົວ, ຄົນໂສດກຳລັງມີຄວາມສຸກກັບຕົນເອງ ຄົນມີຄູ່ມີເລື່ອງປົກປິດກັນ, ລະວັງປັນຫາທີ່ມາຈາກອາຫານການກິນ.

– ຄົນເກີດວັນອາທິດ: ຈະມີການປ່ຽນແປງໃນເລື່ອງວຽກງານ, ຈະໄດ້ຮັບເງິນຈາກພໍ່ແມ່, ຄົນໂສດລະວັງໄປພົວພັນກັບຄວາມສຳພັນທີ່ກຳລັງມີປັນຫາ ຄົນມີຄູ່ຍັງຄົງມີຄວາມຫວານຕໍ່ກັນ, ລະວັງເລື່ອງການເດີນທາງ.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây