ວັນຈັນ, 28 ເດືອນ​ສີ່ 2025
Trang chủChưa phân loạiດວງປະຈຳວັນທີ 15 ກຸມພາ 2025

ດວງປະຈຳວັນທີ 15 ກຸມພາ 2025

-

ດວງປະຈຳວັນທີ 15 ກຸມພາ 2025

– ຄົນເກີດວັນຈັນ: ໄດ້ເຮັດວຽກລ່ວງເວລາຫຼາຍ, ການເງິນຄ່ອງຕົວ, ຄົນໂສດມີຕົວເລືອກເຂົ້າມາຫຼາຍກວ່າໜຶ່ງຄົນ ຄົນມີຄູ່ລະວັງປັນຫາຈຸກຈິກ, ລະວັງປັນຫາກ່ຽວກັບລະບົບທາງເດີນອາຫານ ຫຼື ອາຫານບໍ່ຍ່ອຍ.

– ຄົນເກີດວັນຄານ: ໄດ້ຮັບວຽກທີ່ໃຫຍ່ເກີນຕົວ ຕ້ອງຕັ້ງສະຕິໃຫ້ດີ, ລະວັງໝົດເງິນກ້ອນເພາະຄວາມໃຈອ່ອນ, ຄົນໂສດຫາຄົນຈິງໃຈນຳບໍ່ໄດ້ ຄົນມີຄູ່ຄວາມຮັກຍັງຄັງຫວານຕໍ່ເນື່ອງ, ລະວັງປັນຫາທີ່ມາຈາກຄວາມຄຽດ.

– ຄົນເກີດວັນພຸດ: ຄົ້ນພົບແນວທາງການເຮັດວຽກທີ່ເໝາະສົມ, ມີເກນໄດ້ຮັບເງິນກ້ອນ ເປັນເງິນທີ່ເຄີຍລົງທຶນໄປ, ຄົນໂສດອາດພົບຮັກໃນສະຖານທີ່ສັງສັນ ຄົນມີຄູ່ຫາເວລາລົມເລື່ອງອະນາຄົດ, ລະວັງອາການປວດຕາມເສັ້ນປະສາດ.

– ຄົນເກີດວັນພະຫັດ: ໄດ້ຮັບຄວາມຊັດເຈນໃນວຽກງານທີ່ເຮັດ, ມີເກນຮັບເງິນກ້ອນຈາກວຽກເສີມ, ຄົນໂສດອາດຈະມີຄົນເດັກກວ່າເຂົ້າມາສົນໃຈ ຄົນມີຄູ່ຕ້ອງຢູ່ຫ່າງກັນສັກພັກ, ລະວັງຮ່າງກາຍອ່ອນເພຍຈາກການນອນບໍ່ພໍ.

– ຄົນເກີດວັນສຸກ: ມີຄົນໂຍນວຽກມາໃຫ້ເຮັດ ແລະປະຕິເສດບໍ່ໄດ້, ເງິນທີ່ເຄີຍເສຍ ຫຼື ຖືກຢືມໄປຈະໄດ້ຮັບຄືນ, ຄົນໂສດຢູ່ໃນຊ່ວງຮັກສາໃຈ ຄົນມີຄູ່ລະວັງປັນຫາຈາກເລື່ອງນ້ອຍ, ລະວັງປັນຫາກ່ຽວທີ່ມາກັບຝຸ່ນ.

– ຄົນເກີດວັນເສົາ: ຮັບມືກັບຄວາມກົດດັນຈາກຫົວໜ້າວຽກໄດ້ດີ, ມີໂຊກຈາກການລົງທຶນ, ຄົນໂສດຈະຖືກຕົວະ ຄົນມີຄູ່ຄວາມຮັກຍັງຄືເກົ່າ, ລະວັງໄມເກນ.

– ຄົນເກີດວັນອາທິດ: ກະວົນກະວາຍເລື່ອງວຽກ ຕ້ອງໃຈເຢັນໆ, ຈະມີຄົນຊີ້ຊ່ອງທາງຫາເງິນເພີ່ມໃຫ້, ຄົນໂສດຍັງຄົງໂສດຕໍ່ໄປ ຄົນມີຄູ່ຕ້ອງເລີ່ມວາງແຜນອະນາຄົດ, ລະວັງປັນຫາໄຂ້ຫວັດ.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây