ວັນອາທິດ, 27 ເດືອນ​ສີ່ 2025
Trang chủChưa phân loạiລາວ ເປັນ 1 ໃນປະເທດ ທີ່ຈະຖືກຈຳກັດວີຊາ ຈາກສະຫະລັດອາເມລິກາ

ລາວ ເປັນ 1 ໃນປະເທດ ທີ່ຈະຖືກຈຳກັດວີຊາ ຈາກສະຫະລັດອາເມລິກາ

-

ສະຫະລັດກຽມຂະຫຍາຍມາດຕະການຈຳກັດວີຊາກວມ 41 ປະເທດທົ່ວໂລກ

ອີງຕາມສຳນັກຂ່າວ ຮອຍເຕີ ລາຍງານໃນວັນທີ 16 ມີນາ 2025 ຜ່ານມານີ້ວ່າ: ລັດຖະບານຂອງທ່ານ Donald Trump ກຳລັງພິຈາລະນາ ການຂະຫຍາຍມາດຕະການຈຳກັດການເດີນທາງ ຂອງພົນລະເມືອງຈາກບັນດາ 41 ປະເທດໃນທົ່ວໂລກ, ໂດຍແບ່ງອອກເປັນ 3 ກຸ່ມຄື:

ກຸ່ມທີ 1 ທີ່ຈະຖືກລະງັບວີຊາ ມີທັງໝົດ 10 ປະເທດລວມເຖິງ: ອັບການິສສະຖານ, ອີຣ່ານ, ຊີເຣຍ, ຄິວບາ ແລະ ເກົາຫຼີເໜືອ.

ກຸ່ມທີ 2 ຈະຖືກລະງົບວີຊາບາງປະເພດ ເຊັ່ນວີຊານັກທ່ອງທ່ຽວ, ວິຊານັກສຶກສາ ແລະ ວີຊາຜູ້ອົບພະຍົບບາງສ່ວນ ແຕ່ຍັງມີຂໍ້ຍົກເວັ້ນບາງກໍລະນີ ເຊິ່ງປະກອບມີ 5 ປະເທດ ຄື: ເອທຣິເຣຍ, ເຮຕິ, ລາວ, ມຽນມາ ແລະ ຊູດານໃຕ້.

ກຸ່ມທີ 3 ຈະຖືກລະງັບການອອກວິຊາສະຫະລັດບາງສ່ວນ ຫາກລັດຖະບານຂອງປະເທດເຫຼົ່ານັ້ນ ບໍ່ດຳເນີນການແກ້ໄຂຂໍ້ບົກຜ່ອງພາຍໃນ 60 ວັນ ເຊິ່ງປະກອບມີ 26 ປະເທດ ລວມມີ: ເບລາຣຸດ, ປາກີສະຖານ ແລະ ເຕີກເມນີສະຖານ.

ເຊິ່ງທ່ານ Donald trump ໄດ້ໃຫ້ຄຳໝັ້ນສັນຍາວ່າຈະເພີ່ມຄວາມເຂັ້ມງວດໃນການກວດຄົນເຂົ້າເມື່ອງ. ໂດຍໃນເດືອນຕຸລາ 2023 ທີ່ຜ່ານມາ, ທ່ານ Donald trump ເຄີຍໄດ້ປະກາດແຜນການຈຳກັດ ການເດີນທາງຈາກບັນດາປະເທດທີ່ເປັນໄພຕໍ່ຄວາມໝັ້ນຄົງຂອງ ສະຫະລັດອາເມລິກາ. ໃນຂະນະນີ້, ກະຊວງການຕ່າງປະເທດຂອງສະຫະລັດ ຍັງບໍ່ມີຄວາມເຫັນຕໍ່ມາດຕະການໃນຄັ້ງນີ້.

ແຫຼ່ງຂ່າວ: ຮອຍເຕີ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây