ວັນຈັນ, 28 ເດືອນ​ສີ່ 2025
Trang chủChưa phân loạiພະຍາກອນອາກາດ ປະຈໍາວັນທີ 27 ມີນາ 2025, ເວລາ 12 ໂມງ 00

ພະຍາກອນອາກາດ ປະຈໍາວັນທີ 27 ມີນາ 2025, ເວລາ 12 ໂມງ 00

-

ຮ້ອນຈັດອາກາດຕອນສວາຍ ພາກເໜືອມີອຸນຫະພູມສູງສຸດ 40 ອົງສາ ສ່ວນພາກໃຕ້ມີເນື້ອທີ່ຝົນປົກຫຸ້ມ 50%

ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ, ຊຶ່ງຈະເຮັດໃຫ້ ອາກາດຍັງສືບຕໍ່ຮ້ອນ ພ້ອມມີຫມອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນຢູ່ໃນແຕ່ ລະພາກ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມຈະມີຫມາກເຫັບຕົກ ແລະ ລົມພັດແຮງຢູ່ບາງ ທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ພາກເຫນືອດ້ານຕາເວັນອອກ: ອາກາດເຢັນ ຫາ ຫນາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ບໍ່ມີຝົນຕົກ ແລະ ຈະມີລົມພັດແຮງຢູ່ທົ່ວໄປ ອຸນຫະພູມໃນລະຫວ່າງ 13 – 34 ອົງສາ.

ພາກເຫນືອດ້ານຕາເວັນຕົກ: ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ, ສະເພາະໃນຕອນບ່າຍ ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີຫມອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດ ແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 13 – 40 ອົງສາ.

ນະຄອນຫຼວງວຽງຈັນ: ອາກາດຮ້ອນ ຫາ ຮ້ອນເອົ້າ, ພ້ອມມີຫມອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 23 – 38 ອົງສາ. ຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດ ແຮງເປັນບາງໂອກາດ ຫຼື ເນຶ້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ.

ແຂວງໄຊສົມບູນ: ອາກາດເຢັນ, ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນໃນໄລຍະ ຕອນບ່າຍ ວ່າ ຄ່ໍາ ແລະ ມີລົມພັດແຮງຢູ່ທົ່ວໄປ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 25% ອຸນຫະພູມໃນລະຫວ່າງ 16 – 34 ອົງສາ.

 ພາກໃຕ້: ອາກາດຮ້ອນເອົ້າ, ພ້ອມມີຫມອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກ ບໍ່ມີຝົນຕົກ ຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນ ບໍ່ມີຝົນຕົກ ບາງໂອກາດ ຫຼື ເນຶ້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນ ບມຝນຕກ ລະຫວ່າງ 23 38 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ, ພ້ອມຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບ ຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 45%. ອຸນຫະພູມໃນລະຫວ່າງ 15 – 29 ອົງສາ.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây