ວັນຈັນ, 28 ເດືອນ​ສີ່ 2025
Trang chủChưa phân loạiເຮືອບິນ Delta Air lines ປະສົບອຸບັດຕິເຫດພິກຄວ້ຳ ຂະນະລົງຈອດ ທີ່ປະເທດການາດາ

ເຮືອບິນ Delta Air lines ປະສົບອຸບັດຕິເຫດພິກຄວ້ຳ ຂະນະລົງຈອດ ທີ່ປະເທດການາດາ

-

ໂຊກດີບໍ່ມີຜູ້ເສຍຊີວິດ ເຮືອບິນ Delta Air lines ປະສົບອຸບັດຕິເຫດຂະນະລົງຈອດ ທີ່ການາດາ

ສຳນັກຂ່າວຕ່າງປະເທດລາວຍງານ ເກີດເຫດເຮືອບິນໂດຍສານຂອງສາຍການບິນເດລຕາ ຖ້ຽວບິນ  4819 ປະສົບອຸບັດຕິເຫດຂະນະລົງຈອດເຮັດໃຫ້ເຮືອບິນລຳດັ່ງກ່າວພິກຄວ້ຳຢູ່ກາງລັນເວຂອງສະໜາມບິນ ໂຕຮອນໂຕ ໃນປະເທດການາດາ

ຖ້ຽວບິນດັ່ງກ່າວເດີນທາງມາຈາກລັດມິນິໂຊຕາ ມີຜູ້ໂດຍສານ ແລະ ເຈົ້າໜ້າທີ່ສາຍການບິນລວມ 80 ຄົນ ເຊິ່ງເຫດການເກີດຂຶ້ນໃນຊ່ວງເວລາປະມານ 02:45 ໂມງເຊົ້າ ຂອງວັນທີ 18 ກຸພາ 2025 (ຕາມເວລາທ້ອງຖິ່ນປະເທດລລາວ)

ຕາມການລາຍງານຫຼ້າສຸດລະບຸວ່າ: ເຫດການດັ່ງກ່າວບໍ່ມີລາຍງານຜູ້ເສຍຊີວິດ ແຕ່ມີຜູ້ບາດເຈັບຢ່າງນ້ອຍ 18 ຄົນ ໃນນັ້ນ ບາດເຈັບໜັກ 3 ຄົນ, ທາງດ້ານຊີອີໂອສະໜາມບິນໂຕຮອນໂຕ ເປີດເຜີຍວ່າ: ເຈົ້າໜ້າທີ່ສາມາດເຂົ້າເຖິງຈຸດເກີດເຫດໄດ້ຢ່າງໄວວາ ສ່ວນສາເຫດທີ່ເກີດຂຶ້ນທາງດ້ານເຈົ້າໜ້າທີ່ ກຳລັງຢູ່ໃນຂັ້ນຕອນ ສືບສວນ-ສອບສວນ ຫາຄວາມຈິງ.

ແຫຼ່ງຂ່າວ: TODAY

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây