ວັນຈັນ, 28 ເດືອນ​ສີ່ 2025
Trang chủChưa phân loạiເຫດເຮືອບິນນ້ອຍຕຳກັນກາງອາກາດ ໃນສະຫະລັດ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 2 ຄົນ

ເຫດເຮືອບິນນ້ອຍຕຳກັນກາງອາກາດ ໃນສະຫະລັດ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 2 ຄົນ

-

ເຮືອບິນຂະໜາດນ້ອຍ 2 ລຳ ປະສົບອຸບັດຕິເຫດຕຳກັນກາງອາກາດທີ່ສະໜາມບິນ ໃນລັດແອລິໂຊນາ ຂອງສະຫະລັດອາເມຣິກາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 2 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກຸມພາ 2025 ກ່ຽວກັບເຫດການເຮືອບິນຂະໜາດນ້ອຍ 2 ລຳຕຳກັນກາງອາກາດ ທີ່ສະໜາມບິນ ໃນລັດແອລິໂຊນາ ຂອງສະຫະລັດອາເມຣິກາ ເມື່ອເວລາປະມານ 08:28 ໂມງຂອງວັນທີ 19 ກຸມພາ 2024 ຜ່ານມາ, ເຊິ່ງເຫດການດັ່ງກ່າວທາງກົມຕຳຫຼວດເມືອງມາລານາ ຢືນຢັນວ່າມີຜູ້ເສຍຊີວິດທັງໝົດ 2 ຄົນ.

ຕາມການລາຍງານເບື້ອງຕົ້ນລະບຸວ່າ: ເຮືອບິນລຳນ້ອຍທັງ 2 ທີ່ຕຳກັນກາງອາກາດກໍຄື ເຮືອບິນ Cessna 172S ແລະ Lancair 360 MK II, ທາງດ້ານຜູ້ອຳນວຍການສະໜາມບິນກ່າວວ່າ: ໃນນາມເມືອງມາລານາ ແລະ ສະໜາມບິນພາກພຶ້ນ ເຮົາຂໍສະແດງຄວາມເສຍໃຈ ຕໍ່ບຸກຄົນ ແລະ ຄອບຄົວທຸກຄົນທີ່ໄດ້ຮັບຜົນກະທົບຈາກເຫດການໃນຄັ້ງນີ້.

ຢ່າງໃດກໍຕາມ, ອຸບັດຕິເຫດດັ່ງກ່າວເກີດຂຶ້ນຫຼັງຈາກເຫດການທາງການບິນຫຼາຍຄັ້ງກ່ອນໜ້ານີ້ເຊິ່ງເລີ່ມຕັ້ງແຕ່ ວັນທີ 29 ມັງກອນ 2025 ຜ່ານມາ ເກີດເຫດເຮືອບິນຕຳກັນກາງອາກາດ ຢູ່ທີ່ວໍຊິງຕັນ ເຮັດໃຫ້ມີຜູ້ເສຍຊີວິດ 67 ຄົນ, ຫຼັງຈາກນັ້ນກໍເກີດເຫດການເຮືອບິນພະຍາບານຕົກທີ່ເມືອງຟິລາເດລເຟຍ ເຮືອບິນຕົກທີ່ອາລາສກ້າ ມີຜູ້ເສຍຊີວິດທັງໝົດ 10 ຄົນ, ເຮືອບິນສ່ວນຕົວເຈີດອອກນອກລັນເວ ໃນລັດແອລິໂຊນາ ເສຍຊີວິດ 1 ຄົນ ແລະ ຫຼ້າສຸດເຮືອບິນຂອງສາຍການບິນເດລຕາແອລາຍ ພິກຄວ້ຳຂະນະເດີນທາງມາສະໜາມບິນໂຕລອນໂຕ.

ແຫຼ່ງຂ່າວ: CNN

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây