ວັນອາທິດ, 27 ເດືອນ​ສີ່ 2025
Trang chủChưa phân loạiຫວຽດນາມເລັ່ງຫຼຸດຜ່ອນນະໂຍບາຍປະຊາກອນ ເພື່ອເປີດໂອກາດໃຫ້ຄູ່ຮັກມີບຸດໄດ້ຫຼາຍກວ່າ 2 ຄົນ

ຫວຽດນາມເລັ່ງຫຼຸດຜ່ອນນະໂຍບາຍປະຊາກອນ ເພື່ອເປີດໂອກາດໃຫ້ຄູ່ຮັກມີບຸດໄດ້ຫຼາຍກວ່າ 2 ຄົນ

-

ລັດທະບານຫວຽດນາມກຽມພິຈາລະນາຫລຸດຜ່ອນນະໂຍບາຍລູກສອງຄົນ ເພື່ອເພີ່ມອັດຕາການເກີດ.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມີນາ 2025, ກະຊວງສາທາລະນະສຸກຫວຽດນາມກຳລັງພິຈາລະນາ ຫຼຸດຜ່ອນນະໂຍບາຍການມີລູກໄດ້ 2 ຄົນ ພາຍຫຼັງຫວຽດນາມກາຍເປັນໜຶ່ງໃນປະເທດ ທີ່ມີອັດຕາການເກີດໃໝ່ຕ່ຳທີ່ສຸດໃນອາຊີຕາເວັນອອກສຽງໃຕ້.

ທັງນີ້ກະຊວງສາທາລະນະສຸກສະເໜີໃຫ້ຄູ່ຜົວເມຍສາມາດຕັດສິນໃຈໄດ້ວ່າຈະມີລູກຈັກຄົນ ແລະ ມີລູກເມື່ອໃດ ລວມທັງສະເໜີໃຫ້ມີການແກ້ໄຂບັນຫາຄວາມເຫລື້ອມລໍ້າຂອງອັດຕາການເກີດໃນແຕ່ລະພາກພື້ນ.

ສໍານັກງານປະຊາກອນຫວຽດນາມ ສັງກັດກະຊວງສາທາລະນະສຸກ ລາຍງານວ່າ: ອັດຕາການເກີດໃໝ່ຂອງຫວຽດນາມຕໍ່າສຸດເປັນປະຫວັດສາດໃນປີ 2024 ເນື່ອງຈາກອັດຕາການຈະເລີນພັນທັງໝົດ ຫຼຸດລົງໂດຍແມ່ຍິງ 1 ຄົນໃຫ້ກໍາເນີດລູກພຽງ 1.91 ຄົນ ແລະ ອັດຕາການເກີດໃໝ່ໃນປັດຈຸບັນຂອງຫວຽດນາມຢູ່ຕ່ຳກວ່າຄ່າສະເລ່ຍລະດັບພາກພຶ້ນ ເຊິ່ງຢູ່ລະດັບເດັກ 2.0 ຄົນຕໍ່ແມ່ຍິງ 1 ຄົນ.

ແຫຼ່ງຂ່າວ: dailynews

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây