ວັນອາທິດ, 27 ເດືອນ​ສີ່ 2025
Trang chủChưa phân loạiສຳຮອງນ້ຳດ່ວນ ນ້ຳປະປານະຄອນຫຼວງ ແຈ້ງປະຊາຊົນໃຫ້ຊົມໃຊ້ນ້ຳປະປາຢ່າງປະຢັດ ໃນຊ່ວງໄລຍະລະດູແລ້ງ 2025

ສຳຮອງນ້ຳດ່ວນ ນ້ຳປະປານະຄອນຫຼວງ ແຈ້ງປະຊາຊົນໃຫ້ຊົມໃຊ້ນ້ຳປະປາຢ່າງປະຢັດ ໃນຊ່ວງໄລຍະລະດູແລ້ງ 2025

-

ກຽມໃຊ້ນ້ຳປະປາກັນຢ່າງປະຢັດ ໃນຊ່ວງໄລຍະລະດູແລ້ງ 2025

ລັດວິສາຫະກິດ ນໍ້າປະປານະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງ ແຈ້ງມາຍັງທ່ານຊາບວ່າ: ຄວາມຕ້ອງການຊົມໃຊ້ນໍ້າປະປາໃນຊ່ວງລະດູແລ້ງແມ່ນມີອັດຕາສູງກ່ອນໃສ່ຊ່ວງລະດູຝົນ; ກໍາລັງການຜະລິດຂອງ ໂຮງງານນໍ້າປະປາ ສາມາດຜະລິດໄດ້ສູງສຸດ 348.000 ແມັດກ້ອນຕໍ່ວັນ ຖ້າທຽບໃສ່ຄວາມຕ້ອງການຕົວຈິງ 520.000 ແມັດກ້ອນຕໍ່ວັນ ເຊິ່ງເຫັນວ່ານໍ້າບໍ່ພຽງພໍ 172.000 ແມັດກ້ອນຕໍ່ວັນ.

ສະນັ້ນ, ເພື່ອເຮັດໃຫ້ການ ຊົມໃຊ້ນໍ້າປະປາ ມີລັກສະນະທົ່ວເຖິງ, ລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ ຈຶ່ງຂໍຮຽກຮ້ອງມາຍັງ ທ່ານ ຂໍໃຫ້ຊົມໃຊ້ນໍ້າປະປາຢ່າງປະຢັດ,ໂຕ່ງນໍ້າໄວ້ ແລະ ໃຊ້ນໍ້າປະປາໃຫ້ເກີດປະໂຫຍດສູງສຸດ ແລະ ຫຼີກລ້ຽງ ບໍ່ໃຫ້ໃຊ້ນໍ້າປະປາຢ່າງສະຊາຍ ເຊັ່ນ: ບໍ່ໃຫ້ປ່ອຍນໍ້າຖິ້ມ, ບໍ່ໃຫ້ເອົານໍ້າປະປາໄປຫົດສວນ, ຫົດທາງ, ໃຊ້ມ່າຊາຍ ສໍາລັບການກໍ່ສ້າງ.

ພ້ອມກັນນັ້ນ, ກໍຂໍການຮ່ວມມືມາຍັງທ່ານ ເມື່ອພົບເຫັນທໍ່ນໍ້າປະປາແຕກຮົ່ວ ໃຫ້ແຈ້ງມາຍັງ ສາຍດ່ວນ 1169 ແລະ ເບີໂທ 020 5991 8830, 020 2998 6580 ເພື່ອຈະໄດ້ໄປສ້ອມແປງໃຫ້ທວງ ທັນຕາມເວລາທີ່ກໍານົດໄວ້.
ດັ່ງນັ້ນ ຈຶ່ງແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ຂໍການຮ່ວມມືດ້ວຍ.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây