ວັນຈັນ, 28 ເດືອນ​ສີ່ 2025
Trang chủChưa phân loạiດວງປະຈຳວັນທີ 20 ກຸມພາ 2025

ດວງປະຈຳວັນທີ 20 ກຸມພາ 2025

-

ດວງປະຈຳວັນທີ 20 ກຸມພາ 2025

– ຄົນເກີດວັນຈັນ: ຈະໄດ້ເຮັດວຽກທີ່ຄາດຫວັງ ແຕ່ຕ້ອງມີຄວາມຕັ້ງໃຈ, ມີເກນໄດ້ຮັບເງິນກ້ອນຈາກການເຈລະຈາ, ຄົນໂສດຈະໄດ້ພົບກັບຮັກຄັ້ງໃໝ່ ຄົນມີຄູ່ຜິດກັນຍ້ອນເລື່ອງເກົ່າໆ, ລະວັງປັນຫາກ່ຽວກັບລະບົບຍ່ອຍອາຫານ.

– ຄົນເກີດວັນຄານ: ວຽກງານເຂົ້າມາຫຼາຍ ຈົນບໍ່ມີເວລາໄປເຮັດຢ່າງອື່ນ, ມີເກນຈະໝົດເງິນໄປກັບການສ້ອມແປງເຄື່ອງ, ຄົນໂສດລະວັງໄປວຸ້ນວາຍກັບຄົນມີເຈົ້າຂອງ ຄົນມີຄູ່ລະວັງໝູ່ເຮັດໃຫ້ມີປັນຫາກັນ, ລະວັງໄມເກນ.

– ຄົນເກີດວັນພຸດ: ຄົນໄວ້ໃຈຈະແນະນຳໂອກາດໃນການງານມາໃຫ້, ການເງິນທີ່ມີປັນຫາມີເກນຈະດີຂຶ້ນ, ຄົນໂສດຍັງບໍ່ມີຄົນທີ່ດີພໍ ຄົນມີຄູ່ຄວາມຮັກຍັງຫວານຊື່ນກັນດີ, ລະວັງອາການອ່ອນເພຍຈາກການນອນບໍ່ພໍ.

– ຄົນເກີດວັນພະຫັດ: ຮັບຄວາມກ້າວໜ້າໃນວຽກງານ ຕ້ອງຕັດສິນໃຈດີໆ, ໝົດເງິນໄປກັບສັງຄົມ, ຄົນໂສດລະວັງຄົນໃກ້ຕົວ ຄົນມີຄູ່ຕ້ອງຫາເວລາໃຫ້ກັນເພີ່ມອີກ, ລະວັງປັນຫາກ່ຽວກັບກ້າມເນື້ອ.

– ຄົນເກີດວັນສຸກ: ຈະໂຊກດີໃນເລື່ອງວຽກງານ ເຈລະຈາໄປໄດ້ດີ, ມີເກນຈ່າຍເງິນກ້ອນໄປກັບເລື່ອງສຸຂະພາບ, ຄົນໂສດຈະພົບຄົນທີ່ຖືກໃຈ ແຕ່ຕ້ອງເບິ່ງດີໆກ່ອນ ຄົນມີຄູ່ຈະມີເລື່ອງໃຫ້ຕ້ອງຢູ່ໄກກັນ, ລະວັງປັນຫາທີ່ມາກັບອາກາດ.

– ຄົນເກີດວັນເສົາ: ລະວັງມີປັນຫາກັບເພື່ອນຮ່ວມງານ ຕ້ອງຈັດການອາລົມໂຕເອງດີໆ, ຈະໄດ້ຮັບເງິນທີ່ເຄີຍລົງທຶນໄປ, ຄົນໂສດມີໂອກາດສົມຫວັງ ຄົນມີຄູ່ຫາເວລາຈັດການປັນຫາເກົ່າໆທີ່ຄ້າງຄາ, ລະວັງປັນຫາກ່ຽວກັບຄວາມຄຽດ.

– ຄົນເກີດວັນອາທິດ: ຈັດການວຽກດ່ວນທີ່ເຂົ້າມາດີໆ ມີເກນຈະເກີດຂໍ້ຜິດພາດ, ໝົດເງິນໄປກັບເລື່ອງບໍ່ເປັນເລື່ອງ, ຄົນໂສດຍັງຕ້ອງໂສດອີກດົນ ຄົນມີຄູ່ຍັງຮັກກັນປົກກະຕິ, ລະວັງປັນຫາກ່ຽວກັບລະບົບທາງເດີນຫາຍໃຈ.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây