ວັນຈັນ, 28 ເດືອນ​ສີ່ 2025
Trang chủChưa phân loạiກະຊວງ ຮສສ ຈັດຫາແຮງງານ 369,345 ຄົນ ເຂົ້າສູ່ຕໍາແໜ່ງງານພາຍໃນ ແລະ ຕ່າງປະເທດ ໃນໄລຍະ 5 ປີຜ່ານມາ

ກະຊວງ ຮສສ ຈັດຫາແຮງງານ 369,345 ຄົນ ເຂົ້າສູ່ຕໍາແໜ່ງງານພາຍໃນ ແລະ ຕ່າງປະເທດ ໃນໄລຍະ 5 ປີຜ່ານມາ

-

ບັນລຸຄາດໝາຍ ກະຊວງ ຮສສ ຈັດຫາແຮງງານ 369,345 ຄົນ ເຂົ້າສູ່ຕໍາແໜ່ງງານພາຍໃນ ແລະ ຕ່າງປະເທດ

ທ່ານ ພົງໄຊສັກ ອິນຖາລາດ ກຳມະການຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ໃນໂອກາດໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 21 ມີນາ 2025 ວ່າ: 5 ປີຜ່ານມາ ສາມາດຈັດຫາແຮງງານເຂົ້າສູ່ຕໍາແໜ່ງງານພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 369.345 ຄົນ, ຍິງ 186.648 ຄົນ ເຮັດໃຫ້ສາມາດຮັກສາໄດ້ອັດຕາການວ່າງງານໃຫ້ຢູ່ໃນລະດັບບໍ່ເກີນ 2% ໃນແຕ່ລະປີ.

ໃນໄລຍະ 5 ປີຜ່ານມາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສາມາດບັນລຸຄື: ມີສະຖາບັນພັດທະນາສີມືແຮງງານທັງໝົດໃນທົ່ວປະເທດ 19 ແຫ່ງ; ສ້າງມາດຕະຖານສີມືແຮງງານແຫ່ງຊາດ ໃນ 7 ຂະແໜງການ ໄດ້ 44 ສາຂາອາຊີບ, ສ້າງ ແລະ ປັບປຸງຫຼັກສູດເຝິກສີມືແຮງງານໄດ້ 20 ຫຼັກສູດ; ເຊັນບົດບັນທຶກຮ່ວມມືດ້ານພັດທະນາສີມືແຮງງານ ກັບພາກທຸລະກິດໄດ້ 24 ພາກສ່ວນ, ສາມາດພັດທະນາສີມືແຮງງານໄດ້ທັງໝົດ 76.331 ຄົນ, ລື່ນແຜນການ 5 ປີ 90.83%.

ສ່ວນດ້ານການສົ່ງເສີມການມີວຽກເຮັດງານທຳ ຫຼື ການຈັດຫາງານ: ມີຈຸດບໍລິ ການຈັດຫາງານໄດ້ສ້າງຕັ້ງຂຶ້ນຢູ່ທຸກແຂວງ, ນະຄອນຫຼວງວຽງຈັນ ແລະ ຂະຫຍາຍໄປສູ່ເມືອງໄດ້ 41 ເມືອງ, ມີວິສາຫະກິດບໍລິການຈັດຫາງານທັງໝົດ 48 ບໍລິສັດ.

ແຫຼ່ງຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດລາວ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây