ວັນອາທິດ, 27 ເດືອນ​ສີ່ 2025
Trang chủChưa phân loạiໂດນັລ ທຣຳ ກຽມລົງນາມຄຳສັ່ງປິດກະຊວງສຶກສາທິການສະຫລັດ

ໂດນັລ ທຣຳ ກຽມລົງນາມຄຳສັ່ງປິດກະຊວງສຶກສາທິການສະຫລັດ

-

ປະທານາທິບໍດີ ໂດນັລ ທຣຳ ແຫ່ງສະຫະລັດ ກຽມລົງນາມໃນຄຳສັ່ງຝ່າຍບໍລິຫານເພື່ອປິດກະຊວງສຶກສາທິການ ເຊິ່ງຈະດຳເນີນການຕາມຄຳສັນຍາໃນການຫາສຽງເລືອກຕັ້ງ.

ສຳນັກຂ່າວຮອຍເຕີລາຍງານ ໃນວັນທີ 19 ມີນາ 2025 ຜ່ານມາ, ປະທານາທິບໍດີ ສະຫະລັດ ກຽມລົງນາມໃນຄຳສັ່ງຝ່າຍບໍລິຫານທີ່ມີເປົ້າໝາຍໃນການປິດກະຊວງສຶກສາທິການ ທີ່ເປັນໄປຕາມຄຳສັນຍາໃນການຫາສຽງເລືອກຕັ້ງໃນປີ 2024.

ຄຳສັ່ງດັ່ງກ່າວຖືກຂັດຄ້ານໂດຍກຸ່ມໄອຍະການສູງສຸດຂອງລັດພັກເດໂມແຄຣດ ເຊິ່ງຍື່ນຟ້ອງເພື່ອຂັດຂວາງບໍ່ໃຫ້ ທຣຳ ຍຸບກະຊວງສຶກສາທິການ ແລະ ຢຸດການເລິກຈ້າງເຈົ້າໜ້າທີ່ເກືອບເຄິ່ງໜຶ່ງ ທີ່ມີການປະກາດເມື່ອອາທິດທີ່ຜ່ານມາ.

ທາງດ້ານ ທຣຳ ບໍ່ສາມາດປິດໜ່ວຍງານໄດ້ ຖ້າຫາກບໍ່ມີການຮ່າງກົດໝາຍຈາກລັດທະສະພາ ເຊິ່ງອາດເປັນເລື່ອງທີ່ຍາກເຊິ່ງພັກລີພັບລິກັນ ຂອງ ທຣຳ ມີຄະແນນສຽຽ  53 ຕໍ່ 47 ໃນວຸດທິດສະພາ ແຕ່ກົດໝາຍສຳຄັນເຊັ່ນ: ກົດໝາຍຍຸບໜ່ວຍກະຊວງ ຈຳເປັນຕ້ອງມີຄະແນນສຽຽ 60 ສຽງ ແລະ ຕ້ອງມີການສະໜັບສະໜູນຈາກພັກດີໂມແຄຣດ 7 ສຽງເຖິງຈະຜ່ານຄວາມເຫັນດີ ຂະນທີ່ທີສະມາຊິກພັກເດໂມແຄຣດໃນວຸດທິສະພາບໍໄດ້ສະແດງການສະນັບສະໜຸນໃນການຍຸບກະຊວງສຶກສາທິການ.

ທັງນີ້ກະຊວງສຶກສາທິການກຳກັບດູແລໂຮງຮຽນຂອງລັດປະມານ 100,000 ແຫ່ງັ ແລິະ ໂຮງຮຍນເອກະຊົນ 34,00 ແຫ່ງໃນສະຫະລັດ ເຖິງວ່າເງິນທຸນຂອງໂຮງຮຽນຂອງລັດຫຼາຍກວ່າ 85% ມາຈາກລັດທະບານກາງ ແລະ ທ້ອງຖິ່ນ ກະຊວງສຶກສາທິການໃຫ້ເງິນຊ່ວຍເຫຼືອຈາກລັດທະບານກາງໃຫ້ແກ່ໂຮງຮຽນ ແລະ ໂຄງການທີ່ຂັດສົນ ລວມເຖິງເງິນສຳລັບຈ່າຍໃຫ້ຄູ-ອາຈານ ຂອງນັກຮຽນທີ່ມີຄວາມຕ້ອງການພິເສດ ທຶນສຳລັບໂຄງການສິນລະປະ ແລະ ປ່ຽນໂຄງສ້າງພຶ້ນຖານທີ່ລ້າສະໄໝ.

ແຫຼ່ງຂ່າວ: ຮອຍເຕີ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây