ວັນຈັນ, 28 ເດືອນ​ສີ່ 2025
Trang chủChưa phân loại

Chưa phân loại

ເສຍຫາຍໜັກ! ມູນຄ່າຄວາມເສຍຫາຍຈາກເຫດການໄຟໄໝ້ ທີ່ບ.ນາໝີ ມ. ໄຊ ຂ.ອຸດົມໄຊ

ເສຍຫາຍມູນຄ່າ 22 ຕື້ກວ່າກີບ ແລະ 2 ລ້ານກວ່າຢວນ ຈາກເຫດການໄຟໄໝ້ ທີ່ບ.ນາໝີ ມ. ໄຊ ຂ.ອຸດົມໄຊ ອິງຕາມບົດລາຍງານ ຂອງພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງອຸດົມໄຊ ໃນວັນທີ 23 ກຸມພາ 2025 ໃຫ້ຮູ້ວ່າ: ຈາກເຫດການເກີດໄພພິບັດ (ອັກຄີໄພ) ໃນເວລາ 10 ໂມງ 33 ນາທີ, ຂອງວັນທີ 14 ກຸມພາ 2025 ຢູ່ທີ່ບ້ານ ນາໝີ,...

ໜາວ-ເຢັນ ສະພາບອາກາດປະຈຳວັນທີ 25 ກຸມພາ 2025 ເວລາ 6:00 ໂມງ

ສະພາບອາກາດປະຈຳວັນທີ 25 ກຸມພາ 2025 ມວນອາກາດໜາວເຢັນ ຍັງຈະສືບຕໍໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງແຮງ, ສົມທົບກັບກະແສລົມຕາເວັນ ອອກສ່ຽງເໜືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດຈະເຢັນ ຫາ ໜາວເຢັນ ລົງຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມຈະມີໝາກເຫັບຕົກຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ຍັງຈະມີລົມພັດແຮງຢູ່ເກືອບທົ່ວໄປຢູ່ແຂວງພາກກາງ ແລະ ພາກໃຕ້. ພະຍາກອນອາກາດ ແຕ່ເວລາ 07:00 ໂມງ ຂອງວັນທີ 25 ກຸມພາ 2025 ຫາ ເວລາ 07:00...

ລັດຖະມົນຕີກະຊວງການເງິນ ໂອ້ລົມພາກທຸລະກິດທົດລອງໂອນຫົວໜ່ວຍທຸລະກິດ ໃຫ້ແຂວງຄຸ້ມຄອງ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໂອ້ລົມພາກທຸລະກິດທົດລອງໂອນຫົວໜ່ວຍທຸລະກິດ ໃຫ້ 9 ແຂວງຄຸ້ມຄອງປະຈໍາປີ 2023 ໃນວັນທີ 17 ມີນາ 2023 ປະກອບມີ: ແຂວງຫລວງພະບາງ, ຫລວງນໍ້າທາ, ໄຊຍະບູລີ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ອັດຕະປື, ເຊກອງ ແລະ ແຂວງຈໍາປາສັກ.   ທ່ານລັດຖະມົນຕີ ກະຊວງການເງິນ ໄດ້ມີຄຳເຫັນເນັ້ນຕື່ມວ່າ: ບັນດາຫົວໜ່ວຍທຸລະກິດທີ່ມອບໂອນຈາກສູນກາງ ໄປສູ່ບັນດາແຂວງຄຸ້ມຄອງໃນຄັ້ງນີ້ ໃຫ້ນຳໄປຈັດຕັ້ງປະຕິບັດຖືກຕ້ອງຕາມກົນໄກທີ່ໄດ້ກຳນົດໄວ້ ເປັນຕົ້ນ ຫົວໜ່ວຍທຸລະກິດ ຕ້ອງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດການມອບພັນທະສ່ວຍສາອາກອນທຸກປະເພດ, ຄ່າເຊົ່າ, ຄ່າສຳປະທານ,...

ທົ່ວໂລກກັງວົນ! ອາເມຣິກາ ປິດທະນາຄານ 3 ແຫ່ງ ສັນຍານເຕືອນເງິນເຟີ້ອີກຄັ້ງ

ເປັນຂ່າວດັງຮືຮາຢ່າງຕໍ່ເນື່ອງ, ທີ່ທົ່ວໂລກໃຫ້ຄວາມສົນໃຈເປັນພິເສດ ກັບການປິດຕົວລົງຂອງທະນາຄານທຸລະກິດໃນສະຫະລັດອາເມຣິກາ, ຊຶ່ງອາທິດດຽວ ຢຸດຕິການດຳເນີນທຸລະກິດແລ້ວ 3 ແຫ່ງ ເຊັ່ນ: ທະນາຄານ ຊິວເວີເກດ (Silvergate) ທະນາຄານ ເອັສວີບີ (SVB) ແລະ ຊິກເນເຈີແບັງ (SIGNATURE BANK). ສິ່ງດັ່ງກ່າວໄດ້ກະທົບຕໍ່ຄວາມເຊື່ອໝັ້ນຂອງນັກລົງທຶນທົ່ວໂລກ ແລະ ກັງວົນວ່າຈະເກີດວິກິດການເງິນອີກຮອບໃໝ່.   ເຖິງຢ່າງໃດກໍ່ຕາມ, ນັກເສດຖະສາດໃຫ້ທັດສະນະວ່າ: ເຫດການດັ່ງກ່າວແຕກຕ່າງຈາກຫຼາຍປີຜ່ານມາ ທີ່ໂລກຜະເຊີນກັບວິກິດຄັ້ງກ່ອນໆ; ເຖິງຈະເປັນວິກິດຂັ້ນເລີ່ມຕົ້ນ ແຕ່ບໍ່ຄວນປະໝາດ ເພາະນີ້ອາດເປັນສັນຍານເຕືອນຈຸດເລີ່ມຕົ້ນຂອງເສດຖະກິດໂລກຖົດຖອຍ. ເຫດຜົນທີ່ເກີດເຫດການດັ່ງກ່າວ: ບັນຫາຂອງທະນາຄານທຸລະກິດທັງ 3 ແຫ່ງເກີດມາຈາກ ການບໍລິຫານຊັບສິນ ແລະ ໜີ້ສິນທີ່ຜິດພາດເທົ່ານັ້ນ, ບໍ່ເຖິງຂັ້ນເປັນວິກິດການເງິນທົ່ວໂລກແຕ່ຢ່າງໃດ?....

ທະນາຄານພັດທະນາລາວ (LDB Bank) ເອົາໃຈຄົນຫຍຸ້ງວຽກ ດ້ວຍການໃຫ້ບໍລິການ ຊໍາລະຄ່າທໍານຽມທາງແບບ Online

TARGET ມີຂ່າວດີຈະມາບອກ:ທະນາຄານພັດທະນາລາວ (LDB Bank) ເອົາໃຈຄົນຫຍຸ້ງວຽກ ດ້ວຍການໃຫ້ບໍລິການ ຊໍາລະຄ່າທໍານຽມທາງແບບ Online, ເຖິງວ່າທ່ານຈະຄາວຽກ, ບໍ່ມີເວລາ ແລະ ບໍ່ວ່າທ່ານຈະຢູ່ໃສ ກໍ່ສາມາດຊຳລະຄ່າທຳນຽມທາງໄດ້ ດ້ວຍແອັບ LDB TRUST ແລະ ແອັບ LDB Biz ໄດ້ຕະຫຼອດ 24 ຊົ່ວໂມງ!   #TargetMagazine   #LDBBank   Comments

ທ່ານນາຍົກ ເນັ້ນ 6 ບັນຫາສຳຄັນ ໃຫ້ຂະແໜງ ຍທຂ ສືບຕໍ່ເອົາໃຈໃສ່ ວຽກງານໃຫ້ມີການຫັນປ່ຽນຢ່າງຮອບດ້ານ

.ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ (ຍທຂ) ທົ່ວປະເທດປະຈຳປີ 2023 ໃນວັນທີ 9 ເມສານີ້ ທີ່ຫໍປະຊຸມແຫ່ງຊາດ .ໂອກາດດັ່ງກ່າວທ່ານ ສອນໄຊ ສີພັນດອນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມເນັ້ນໃຫ້ຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສຳຄັນຄື: 1. ວຽກງານການຄຸ້ມຄອງນໍ້າໜັກລົດບັນທຸກ ຕິດພັນກັບການບູລະນະຮັກສາ ແລະ ສ້ອມແປງເສັ້ນທາງຫລວງຖືເປັນບັນຫາທີ່ສໍາຄັນ ແລະ ຈໍາເປັນຮີບດ່ວນເພື່ອຄວາມເປັນເອກະພາບ ແລະ ເຫັນດີນຳຜົນການຄົ້ນຄວ້າປຶກສາຫາລື; 2. ພັດທະນາລະບົບການຂົນສົ່ງ ແລະ...

ບໍລິສັດຈີນອອກກົດລະບຽບຫ້າມພະນັກງານເຂົ້າຫ້ອງນ້ຳກາຍ 2 ນາທີ ຫາກຝ່າຝືນຈະຖືກຕັດເງິນເດືອນ

ບໍລິສັດຈີນອອກກົດລະບຽບຫ້າມພະນັກງານເຂົ້າຫ້ອງນ້ຳກາຍ 2 ນາທີ ສຳນັກຂ່າວ Business Standard ລາຍງານໃນວັນທີ 25 ກຸມພາ 2025 ກ່ຽວກັບເລື່ອງລາວສຸດຮືຮາ ເມື່ອບໍລິສັດແຫ່ງໜຶ່ງໃນປະເທດຈີນ ອອກກົດລະບຽບ ໃຫ້ພະນັກງານສາມາດເຂົ້າຫ້ອງນ້ຳໄດ້ພຽງຄັ້ງລະ 2 ນາທີ, ໂດຍບໍລິສັດດັ່ງກ່າວ ເປັນບໍລິສັດຜະລິດເຄື່ອງຈັກ ເຊິ່ງມີສຳນັກງານໃຫຍ່ຕັ້ງຢູ່ ເມືອງຝໍຊານ ເຂດກວາງຕຸ້ງ ປະເທດຈີນ. ບໍລິສັດດັ່ງກ່າວໄດ້ກຳນົດເວລາການເຂົ້າຫ້ອງນ້ຳພຽງ 2 ນາທີ ຖ້າຫາກພະນັກງານຄົນໃດຢາກເຂົ້າດົນກວ່ານັ້ນຕ້ອງໄດ້ໄປຂໍອະນຸຍາດຝ່າຍຊັບພະຍາກອນຂອງອົງກອນ ລາຍງານຍັງລະບຸຕື່ີມອີກວ່າ: ບໍລິສັດອອກກົດນີ້ກໍເພື່ອຮັກສາລະບຽບໃນການເຮັດວຽກ ພ້ອມອ້າງອີງເຖິງຕຳລາການແພດບູຮານວ່າ: ການກຳນົດເວລາໃນການໃຊ້ຫ້ອງນ້ຳມັນຈະສົ່ງຜົນດີຕໍ່ສຸຂະພາບ. ໃນຂະນະທີ່ທາງສຳນັກຂ່າວ South China Morning Post ລະບຸຕື່ມອີກວ່າ: ບໍລິສັດດັ່ງກ່າວໄດ້ຕິດຕັ້ງກ້ອງວົງຈອນເພື່ອກວດສອບການປະຕິບັດຕາມກົດລະບຽບຂອງພະນັກງານ...

ພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງ ບໍລິສັດ ເຄພີ ຈໍາກັດ

ພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງ ບໍລິສັດ ເຄພີ ຈໍາກັດ ໃນວັນທີ 21 ກຸມພາ 2025 ທີ່ຜ່ານມານີ້, ບໍລິສັດ ເຄພີ ຈໍາກັດ ໄດ້ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດ ຄົບຮອບ 30 ປີ ຂຶ້ນທີ່ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ. ງານດັ່ງກ່າວມີແຂກຈາກທັງພາກລັດ, ພາກເອກະຊົນ, ບັນດາຮ້ານຄ້າ ແລະ ຄູ່ຮ່ວມທຸລະກິດທັງຈາກພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.   ບໍລິສັດ ເຄພີ ຈຳກັດ ໄດ້ຮັບການສ້າງຕັ້ງຂຶ້ນ...

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມມາເປັນເວລາ 2 ປີ. ສຳນັກຂ່າວໄທລາຍງານວ່າ: ເມື່ອວັນທີ 20 ກຸມພາ 2025 ມີການລາຍງານຈາກໜ່ວຍກູ້ໄພຕຳບົນດອນບົນ ອຳເພີສະຕຶກ ຈັງຫວັດບຸລີລຳ ວ່າ: ອຸທາຫອນແກ່ຜູ້ປົກຄອງ ຫຼັງຈາກມີກໍລະນີເດັກປ່ວຍເຂົ້າຮັບການຮັກສາຢູ່ໂຮງໝໍ ຍ້ອນດື່ມນໍ້າກະທ້ອມ ແລະ ສູບຢາສູບໄຟຟ້າ, ເຊິ່ງເດັກນ້ອຍກຸ່ມດັ່ງກ່າວແມ່ນເດັກນ້ອຍ ປໍ 5 (1 ຄົນ), ມໍ 1 (1 ຄົນ), ມໍ 2 (1...

ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ

ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ. ໃນວັນທີ 20 ກຸມພາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ ລາວ ແລະ ທ່ານນາງ ແພທອງທານ, ນາຍົກລັດຖະມົນຕີ ຣາຊະອານາຈັກໄທ ໄດ້ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບຄື: 1. ແຜນດຳເນີນການ ປີ 2025 – ປີ 2027 ເພື່ອດຳເນີນການຕາມບັນທຶກຄວາມເຂົ້າໃຈວ່າ ດ້ວຍການຮ່ວມມືດ້ານກົດໝາຍລະຫວ່າງ ກະຊວງຍຸດຕິທຳແຫ່ງ...

ສະຫຼົດ ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ

ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 20 ກຸມພາ 2025, ເກີດອຸບັດຕິເຫດລົດໄຟໂດຍສານໃນສີລັງກາຕົກລາງ ໃນຊ່ວງເຊົ້າມືດ (20 ກຸມພາ) ຕາມເວລາທ້ອງຖິ່ນ ຫຼັງຈາກລົດໄຟຂະບວນດັ່ງກ່າວໄດ້ຕຳເຂົ້າກັບຝູງຊ້າງປ່າທີ່ກຳລັງຍ່າງຂ້າມລາງລົດໄຟ ທີ່ເຂດສະຫງວນສັດປ່າທີ່ຮາບາລານາ ເຊິ່ງຢູ່ຫ່າງໂຄລອມໂບ ປະມານ 180 ກິໂລແມັດ. ຕາມການລາຍງານຂອງເຈົ້າໜ້າທີ່ລະບຸວ່າ: ບໍ່ມີຜູ້ໂດຍສານໄດ້ຮັບບາດເຈັບ ຫຼື ເສຍຊີວິດ ແຕ່ມີຊ້າງປ່າ 6 ໂຕທີ່ເສຍຊີວິດຈາກອຸບັດຕິເຫດຄັ້ງນີ້ ນັບເປັນອຸບັດຕິເຫດທີ່ມີຄວາມຮຸນແຮງທີ່ສຸດທີ່ກ່ຍວຂ້ອງກັບສັດປ່າໃນສີລັງກາ. ຢ່າງໃດກໍຕາມຍັງມີຊ້າງອີກ 2 ໂຕທີ່ຍັງລອດຊີວິດ, ສຳລັບອຸບັດຕິເຫດນີ້ກໍເຄີຍເກີດຂຶ້ນເມື່ອປີ 2018 ເຊິ່ງລົດໄຟໄດ້ຕຳຊ້າງ 3...

ດວງປະຈຳວັນທີ 21 ກຸມພາ 2025

ດວງປະຈຳວັນທີ 21 ກຸມພາ 2025 – ຄົນເກີດວັນຈັນ: ວຽກທີ່ຄ້າງຄາຈະໄດ້ຮັບຄວາມຄືບໜ້າຫຼາຍຂຶ້ນ, ລົງທຶນຢູ່ໃນເກນດີ, ຄົນໂສດລະວັງປັນຫາຈາກຄົນລົມ ຄົນມີຄູ່ຄົນເກົ່າຈະເຂົ້າມາສ້າງປັນຫາ, ລະວັງໄມເກນ – ຄົນເກີດວັນຄານ: ວຽກງານລົ້ນມື ເຄຍວຽກຫົວໝຸນ, ເງິນຄ່ອງມື ແຕ່ບໍ່ມີເງິນເກັບ, ຄົນໂສດຈະພົບຄົນເຂົ້າຫາ ແຕ່ຍັງບໍ່ຖືກໃຈ ຄົນມີຄູ່ຊີວິດຄູ່ກຳລັງໄປໄດ້ດີ, ລະວັງປັນຫາການນອນບໍ່ຫຼັບ. – ຄົນເກີດວັນພຸດ: ຈັດສັນເວລາໃຫ້ດີໆ ຈະມີວຽກດ່ວນເຂົ້າມາ, ການເງິນຢູ່ໃນເກນປົກກະຕິ, ຄົນໂສດລະວັງປັນຫາຈາກຄົນລົມ ຄົນມີຄູ່ເບິ່ງເວລາໃນການຢູ່ນຳກັນ, ລະວັງປັນຫາກ່ຽວກັບລະບົບລຳໄສ້. – ຄົນເກີດວັນພະຫັດ: ວຽກງານມີແນວໃໝ່ໆເຂົ້າມາໃຫ້ເຮັດ, ມີເກນເສຍເງິນກ້ອນກັບສຸຂະພາບ, ຄົນໂສດຫາຄົນຈິງໃຈບໍ່ໄດ້ ຄົນມີຄູ່ຊີວິດຄູ່ກຳລັງຫວານຊື່ນ, ລະວັງປັນຫາກ່ຽວກັບຜິວໜັງ. – ຄົນເກີດວັນສຸກ: ໄດ້ຮັບມອບໝາຍໜ້າທີ່ທີ່ສຳຄັນ,...

TIN ĐỌC NHIỀU

TIN NỔI BẬT