ກ່ຽວກັບພວກເຮົາ
ບໍລິສັດ Star Telecom (ຊື່ຍີ່ຫໍ້ແມ່ນ Unitel) ສ້າງຕັ້ງຂຶ້ນໃນປີ 2008 ເປັນບໍລິສັດຮ່ວມທຸລະກິດລະຫວ່າງ Lao Asia Telecom ແລະ ກຸ່ມບໍລິສັດ Viettel.
ປະຈຸບັນ, Unitel ແມ່ນບໍລິສັດທີ່ໃຫຍ່ທີ່ສຸດໃນຂະແໜງໂທລະຄົມມະນາຄົມຢູ່ລາວ, ເປັນຜູ້ໃຫ້ບໍລິການເຄືອຂ່າຍອັນດັບ 1 ໃນການສະໜອງການບໍລິການໂທລະຄົມມະນາຄົມ ແລະ ຊໍາລະງົບປະມານແຫ່ງລັດໃຫ້ແກ່ລັດຖະບານ, ພ້ອມທັງສະໜອງການບໍລິການອິນເຕີເນັດຢ່າງຄົບຖ້ວນທົ່ວປະເທດ.
Uni ໝາຍເຖິງ United, ຄວາມສາມັກຄີແມ່ນຄຸນຄ່າທີ່ປະຊາຊົນລາວໃຫ້ຄວາມສໍາຄັນເປັນຢ່າງຍິ່ງ. ດັ່ງນັ້ນ, Unitel ຈຶ່ງປາດຖະໜາທີ່ຈະກາຍເປັນກຸ່ມບໍລິສັດເຕັກໂນໂລຊີຊັ້ນນໍາ, ບຸກເບີກໃນການປະຕິວັດການຫັນປ່ຽນດິຈິຕອນຂອງປະເທດລາວ, ນໍາເອົາຊີວິດດິຈິຕອນເຂົ້າໃກ້ທຸກໆຄົນ.
- ວິໄສທັດ: ກາຍເປັນກຸ່ມບໍລິສັດເຕັກໂນໂລຊີຊັ້ນນໍາຢູ່ລາວ
- ພາລະກິດ: ບຸກເບີກເຕັກໂນໂລຊີ ເພື່ອຊີວິດທີ່ດີຂຶ້ນຂອງປະຊາຊົນ ແລະ ປະເທດລາວ.